ວົງ​ການ​ການ​ຄ້າ​ສິງ​ກະ​ໂປ​ຫວັງ​ຈະ​ເຂົ້າ​ຮ່ວມ​ການກໍ່​ສ້າງ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ
2017-06-08 16:09:11  cri 
    ກ່ອນ​ໜ້ານີ້​ບໍ່​ດົນ, ທ່ານ ເຕວ​ຊົງ​ເຊັງ ປະ​ທານ​ສະ​ຫະ​ພັນ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ສິງ​ກະ​ໂປ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໄດ້​ສ້າງ​ໂອ​ກາດ​ໃຫ້​ແກ່​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ປະ​ເທດ​ຕົນ​ໃນ​ອະ​ນາ​ຄົດ.

    ສະ​ຫະ​ພັນ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ສິງ​ກະ​ໂປ ແມ່ນ​ໜຶ່ງ​ໃນ​ອົງ​ການ​ຈັດ​ຕັ້ງ​ທີ່​ນຳ​ໜ້າ​ໃນ​ການສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ພາຍ​ໃນ​ພາກ​ພື້ນ. ​ຈາກນີ້, ທ່ານ ເຕວ​ຊົງ​ເຊັງ ຈຶ່ງ​ເນັ້ນວ່າ, ສິງ​ກະ​ໂປ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ການ​ເປັນ​ຊຸມ​ທາງ​ຈໍ​ລະ​ຈອນ​ສິນ​ຄ້າ​ແລະ​ຄົມ​ມະ​ນາ​ຄົມ​ທີ່​ສຳ​ຄັນ​ໃນ​ໂລກ​ຂອງ​ຕົນ ທັງ​ອາ​ໄສ​ບົດ​ຮຽ​ນການ​ລະ​ດົມ​ທຶນ, ປະ​ກັນ​ໄພ, ກົດ​ໝາຍ, ການ​ຕັດ​ສິນ, ການ​ຄຸ້ມ​ຄອງ​ໂຄງ​ການ, ການ​ອົບ​ຮົມ​ແລະ​ການ​ພັດ​ທະ​ນາ ເພື່ອ​ສ້າງ​ໂອ​ກາດ​ການ​ຄ້າ ໃຫ້​ແກ່​ການກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໃຫ້​ໄດ້ຫຼວງຫຼາຍ​.

    ທ່ານ ເຕວ​ຊົງ​ເຊັງ ໃຫ້​ຮູ້​ວ່າ, ປັດ​ຈຸ​ບັນ,ໄດ້​ມີ​ທະ​ນາ​ຄານຈີນຫຼາຍ​ແຫ່ງ ຈຳ​ໜ່າຍ​ພັນ​ທະ​ບັດ ແລະ​ເລີ່ມ​ດຳ​ເນີນ​ໂຄງ​ການ​ລະ​ດົມ​ທຶນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຢູ່​ສິງ​ກະ​ໂປ. ແນວ​ໃດ​ກໍ​ດີ, ພວກ​ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ວິ​ສາ​ຫະ​ກິດ​ສິງ​ກະ​ໂປ​ຈົ່ງ​ຕັ້ງ​ໜ້າ​ບຸກ​ເບີກ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຕົນ, ຖອດ​ຖອນ​ແລ​ກ​ປ່ຽນບົດ​ຮຽນ​ຢ່າງ​ເຕັມ​ສ່ວນ ເພື່ອບັນ​ລຸ​ການ​ເຊື່ອມ​ຈອດ​ຂໍ້​ມູນ​ຂ່າວ​ສານ ແລະ​ຮ່ວມ​ກັນ​ກຳ​ໂອ​ກາດ​ການ​ຄ້າ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ