ເຂດ​ໃໝ່​ຊົງ​ອ່ານ​ຈະ​ສ້າງ​ສະ​ຖາ​ນີ​ລົດ​ໄຟ​ຄວາມ​ໄວ​ສູງ
2017-06-08 16:16:24  cri 
    ກອງ​ປະ​ຊຸມ​ປະ​ຈຳ​ປີ 2017 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຮ້ອຍ​ຄົນ​ຕົວ​ເມືອງ​ຈີນ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 6 ມິ​ຖຸ​ນານີ້, ໂດຍ​ທ່ານ ຊີ​ຄ່ວງ​ດີ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ໃຫ້​ຄຳ​ປຶກ​ສາ​ຂອງ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ພັດ​ທະ​ນາ​ແບບ​​ປະ​ສົມປະ​ສານ​ກັນ​ລະ​ຫວ່າງ​ປັກ​ກິ່ງ, ທຽນ​ສິນ​ແລະ​ເຮີ​ເປີຍ ໄດ້​ກ່າວ​ໂດຍຄາດ​ວ່າ ການ​ວາງ​ແຜນ​ສ້າງ​ເຂດ​ໃໝ່​ຊົງ​ອ່ານ​ແຂວງ​ເຮີ​ເປີຍ​ຈະ​ສຳ​ເລັດ​ໃນ​ທ້າຍ​ເດືອນນີ້ ແລະ​ຈະ​ມອບ​ໃຫ້​ສູນ​ກາງ​ເພື່ອ​ພິ​ຈາ​ລະ​ນາ​ກວດ​ກາ. ໃນ​ອະ​ນາ​ຄົດ, ຈະ​ສ້າງ​ສະ​ຖາ​ນີ​ລົດ​ໄຟ​ຄວາມ​ໄວ​ສູງ​ຢູ່​ເຂດ​ໃໝ່ ເຊິ່ງ​ຈະ​ກາຍ​ເປັນ​ຈຸດ​ໃຈ​ກາງ​​ຄົມ​ມະ​ນາ​ຄົມ​ທີ່​ສຳ​ຄັນ ແລະເມື່ອ​ເຖິງ​ເວ​ລານັ້ນ ​ການ​ເດີນ​ທາງຈາກ​ເຂດ​ໃໝ່​ຊົງ​ອ່ານ​ສູ່ນະ​ຄອນຫຼວງ​ປັກ​ກິ່ງ​ຈະ​ໃຊ້​ເວ​ລາ​ພຽງ​ແຕ່ 41 ນາ​ທີ​ເທົ່າ​ນັ້ນ
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ