ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີຊີ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ອາ​ຊຽນ​ໄປ​ເຮັດ​ວຽກ​ຢູ່ປະ​ເທ​ດ​ທີ່​ພັດ​ທະ​ນາ​ແລ້​ຫຼາຍ​ຂຶ້ນ
2017-06-09 11:08:29  cri 
​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​​ເຜີຍ​ແຜ່​ບົດ​ລາຍ​ງານ​ຫຼ້າ​ສຸດ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ, 10 ປີ​ຜ່ານ​ມາ, ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ປະ​ເທດສະ​ມາ​ຊິກ​ອາ​ຊຽນ​ທີ່​ສຳ​ເລັດ​ການ​ສຶກ​ສາ​ຊັ້ນ​ສູງ​ໄປ​ເຮັດ​ວຽກ​ຢູ່​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ແລະ​ພັດ​ທະ​ນ​າ​ເສດ​ຖະ​ກິດ​ຫຼື OECD ​ເພີ່ມ​ຂຶ້ນ 66%, ​ແລະ​ໃນ​ນີ້ 50% ຂຶ້ນ​ໄປ​ມາ​ຈາກ​ຟີ​ລິບ​ປີນ.

ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ຄາດ​ວ່າ​ທ່າ​ອຽງ​ດັ່ງ​ກ່າວ​ຍັງ​ຈະ​ສືບຕໍ່​ເພີ່ມ​ຂຶ້ນອີກ, ​ໂດຍປະ​ເທດ​ທີ່​​ພັດ​ທະ​ນາ​ໃໝ່ຈະ​ເສຍ​ໂອ​ກາດ​ນຳ​ໃຊ້ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ສະ​ຫຼາດ​ທີ່​ສຸດ​ຂອງ​ປະ​ເທດ​ຕົນ​ເທື່ອ​ລະ​ກ້າວ, ​ແລະເຖິງວ່າ​ບາງ​ປະ​ເທດ​​ໃນອາ​ຊຽນ​​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ຫຼາຍ​ປີ​ຜ່ານ​ມາ, ​ເປັນ​ຕົ້ນ​ປະ​ເທດຟີ​ລິບ​ປີນ, ຫວຽດ​ນາມ, ລາວ, ມຽນ​ມາ, ກຳ​ປູ​ເຈຍ​ແລະ​ອື່ນໆ​​ GDP ໄດ້​ເຕີບ​ໂຕ​ຫຼາຍກວ່າ 6% ຕໍ່​ປີກໍ​ຕາມ, ແຕ່​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ປະ​ເທດ​ເຫຼົ່າ​ນີ້​ຍັງ​ຈຳ​ເປັນ​ຕ້ອງ​ໄດ້ຫາ​ໂອ​ກາດ​ເຮັດ​ວຽກ​ແລະ​ດຳ​ລົງ​ຊີ​ວິດ​ຢູ່​ຕ່າງ​ປະ​ເທດ.
ຕາມ​ສະ​ຖິ​ຕິ, ປະ​ຊາ​ຊົນ​​ຟີ​ລິບ​ປີນ, ສິງ​ກະ​ໂປ, ຫວຽດ​ນາມ​ແລະ​ອື່ນໆ​ທີ່ສຳ​ເລັດ​ການ​ສຶກ​ສາ​ໃນ​ລະ​ດັບ​​ຊັ້ນ​ສູງ​ນັ້ນ​ມີ​ປະ​ມານ 10% ດຳ​ລົງ​ຊີ​ວິດ​ຢູ່​ປະ​ເທດ OECD, ຂະ​ນະ​ທີ່ລາວ​ແລະ​ກຳ​ປູ​ເຈຍ​ດຳ​ລົງ​ຊີ​ວິດ​ຢູ່​ປະ​ເທດ OECD ລວມ 15%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ