ພັກ​ອະ​ນຸ​ລັກ​ນິ​ຍົມ​ມີ​ຄະ​ແນນ​ນຳ​​ໃນ​ການ​ເລືອກ​ຕັ້ງ​ຜູ້​ແທນ​ອັງ​ກິດ
2017-06-09 16:23:52  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ຜົນ​ການ​ສຳຫຼວດ​ຄວາມ​ເຫັນ​ປະ​ຊາ​ຊົນ​ທີ່​ເປີດ​ເຜີຍ​ໃນ​ຕອນ​ຄ່ຳ​ວັນ​ທີ 8 ມິ​ຖຸ​ນານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ​ຊີ້​ໃຫ້​ເຫັນ​ວ່າ, ພັກ​ອະ​ນຸ​ລັກ​ນິ​ຍົມ​ທີ່​ນຳ​ໂດຍ​ທ່ານ​ນາງ ເທ​ເລ​ຊາ ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ​ມີ​ຄະ​ແນນນຳໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ປະ​ເທດ​ຕົນ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ ແລະ​ບໍ່​ມີ​ພັກ​ໃດ​ໄດ້​ຮັບ​ບ່ອນ​ນັ່ງຫຼາຍກວ່າ​ເຄິ່ງ​ໜຶ່ງ ເຊິ່ງ​ໝາຍ​ຄວາມ​ວ່າ, ຈະ​ເກີດ​ມີ "ລັດ​ຖະ​ສະ​ພາ​ທີ່​ບໍ່​ມີ​ສຽງ​ຖ້ວມ​ທົ້ນ" ອີກ​ເທື່ອ​ໜຶ່ງ ຢູ່​ອັງ​ກິດ.

    Sky TV ອັງ​ກິດ ໄດ້​ເປີດ​ເຜີຍ​ຜົນ​ການ​ສຳຫຼວດ​ຄວາມ​ເຫັນຂອງ​ປະ​ຊ​າ​ຊົນ​ທີ່​ຈັດ​ຂຶ້ນ​ຢູ່​ໜ້າ​ໜ່ວຍ​ເລືອກ​ຕັ້ງ​ວ່າ, ໃນສະ​ພາ​ຕ່ຳ, ພັກ​ອະ​ນຸ​ລັກ​ນິ​ຍົມ ໄດ້ 314 ບ່ອນ​ນັ່ງ​, ພັກ​ກຳ​ມະ​ກອນ ໄດ້​ 266 ບ່ອນ​ນັ່ງ, ພັກ​ຊົນ​ຊາດ​ສະ​ກອດ​ແລນ ໄດ້ 34 ບ່ອນ​ນັ່ງ, ພັກ​ເສ​ລີ​ປະ​ຊາ​ທິ​ປະ​ໄຕ ໄດ້​ 14 ບ່ອນ​ນັ່ງ ແລະຈາກ​ພັກນ້ອຍ​ອີກ​ຈຳ​ນວນ​ໜຶ່ງ​ກໍ​ໄດ້​ເຂົ້າ​ໄປ​ນັ່ງ​ໃນ​ສະ​ພາ​ເຊັ່ນ​ດຽວ​ກັນ.

    ປັດ​ຈຸ​ບັນ ຢູ່​ໃນ​ໄລ​ຍະ​ການ​ນັບຄະ​ແນນ ແລະ​ຄາດ​ວ່າຈະ​ປະ​ກາດ​ຜົນ​ການ​ນັບ​ຄະ​ແນນສຸດ​ທ້າຍ​ໃນ​ວັນ​ທີ 9 ມິ​ຖຸ​ນານີ້. ແນວ​ໃດ​ກໍ​ດີ, ທາງ​ການ​ອັງ​ກິດ​ປະ​ກາດ​ວ່າ ​ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ລົງ​ຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປຄັ້ງ​ນີ້​ກວມ 63,5%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ