ກຳ​ປູ​ເຈຍ​ຫວັງ​ຮ່ວມ​ກັບ​ຈີນພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ແຄມ​ທະ​ເລ​
2017-06-09 16:41:09  cri 
    ຕາມ​ຂ່າວ​ສານ​ຈີນ: ທ່ານ ທອງ​ຄົນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ກ່າວໃນ​ໂອ​ກາດ​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ວິ​ສາ​ຫະ​ກິດ​ເຊີ່ນ​ເຈີ້ນ​ຈີນ​ໃນ​ວັນ​ທີ 8 ມິ​ຖຸ​ນານີ້​ວ່າ, ການ​ທີ່​ພົນ​ລະ​ເມືອງ​ຈີນໄປ​ທ່ຽວ​ປະ​ເທດ​ຕົນນັ້ນ ສອດ​ຄ່ອງ​ກັບ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ເປັນ​ການ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ຂອງ​ສອງ​ປະ​ເທດ. ຈາກນີ້ ຈຶ່ງ​ຫວັງ​​ຮ່ວມ​ກັບ​ຈີນ​ເພື່ອ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ການ​ທ່ອ​ງ​ທ່ຽວ​ແຄມ​ທະ​ເລ.

    ທ່ານ ທອງ​ຄົນ ກ່າໂດຍຫວັງ​ວ່າ​ວິ​ສາ​ຫະ​ກິດ​ຈີນ​​ມີ​ຄວາມສາ​ມາດ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ກຳ​ປູ​ເຈຍ​ໃນ​ທຸກ​ຂົງ​ເຂດ ລວມ​ທັງ​ການ​ຍົ​ກ​ລະ​ດັບອົບ​ຮົມ​ຄວາມ​ຮູ້​ດ້ານ​ການ​ທ່ອງ​ທ່ຽວ​ແລະ​ພາ​ສາ​ຈີນ​ໃຫ້​ປະ​ເທດ​ຕົນ.

    ຂ່າວ​ແຈ້ງວ່າ, ໃນ​ປີ 2016 ຜ່ານ​ມາ, ນັກ​ທ່ອງ​ທ່ຽວ​ຈີນເດີນ​ທາງ​ທ່ຽວ​ທົ່ວ​ໂລກ 126 ລ້ານ​ເທື່ອ​ຄົນ, ​ສະ​ເພາະ​ໃນ​ອາ​ຊຽນກໍ​ມີ 20 ລ້ານ​ເທື່ອ​ຄົນ, ​ໃນ​ນີ້ ໄປ​ກຳ​ປູ​ເຈຍ 8 ແສນເທື່ອ​ຄົນ. ຂະ​ນະ​ທີ່​ໃນ​ໄຕ​ມາດ​ທຳ​ອິ​ດ​ຂອງ​ປີນີ້, ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ກຳ​ປູ​ເຈຍ 2 ແສນ 7 ໝື່ນ​ເທື່ອ​ຄົນ ເພີ່ມ​ຂຶ້ນ 25% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ທ່ານ ທອງ​ຄົນ ກ່າວ​ວ່າ, ຮອດປີ 2020 ​ຈະ​ສູ້​ຊົນ​ເຮັດ​ໃຫ້ຊາວ​ຈີນ​ໄປ​ທ່ຽວ​ປະ​ເທດ​ຕົນ​​ເຖິງ 2 ລ້ານ​ເທື່ອ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ