ອັດກອງປະຊຸມທະເລອົງການສະຫະປະຊາຊາດ
2017-06-10 16:14:49  cri 

ກອງປະຊຸມມະທະເລອົງການສະຫະປະຊາຊາດທີ່ຈັດຂຶ້ນຢູ່ສຳນັກງານໃຫຍ່ສະຫະປະຊາຊາດໄດ້ອັດລົງໃນວັນທີ 9 ມິຖຸນານີ້ ແລະ ໄດ້ຮັບຮອງເອກະສານໝາກຜົນກອງປະຊຸມ. ປະເທດຕ່າງໆໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປົກປັກຮັກສາທະເລແລະຊຸກຍູ້ການພັດທະນາແບບຍືນຍົງຂອງທະເລ, ນອກນີ້ຍັງກ່າວວ່າ, ຈະໃຊ້ການກະທຳຢ່າງຮີບດ່ວນເພື່ອປ້ອງກັນແລະຫຼຸດການລະບາຍມົນລະພິດຕໍ່ທະເລ, ຫຼຸດການໃຊ້ຢາງປຣາສຕິກໃຊ້ເທື່ອດຽວ, ເພີ່ມທະວີການຄຸ້ມຄອງຂະແໜງການປະມົງແບບຍືນຍົງ.

ກອງປະຊຸມໄດ້ຮັບຮອງເອກະສານທີ່ມີຫົວຂໍ້ວ່າ "ທະເລຂອງພວກເຮົາ, ອະນາຄົດຂອງພວກເຮົາ: ຄວາມຮຽກຮ້ອງຕໍ່ການກະທຳຕົວຈິງ", ໃນມື້ດຽວກັນ, ປະເທດຕ່າງໆໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະບັນລຸເປົ້າໝາຍລະອຽດຕ່າງໆຂອງເປົ້າໝາຍເລກທີ 14 ໃນວາລະການພັດທະນາແບບຍືນຍົງ 2030 ຕາມເວລາກົດນົດ ຄື: ປົກປັກຮັກສາແລະນຳໃຊ້ທະເລແບບຍືນຍົງເພື່ອຊຸກຍູ້ການພັດທະນາແບບຍືນຍົງ.

ນີ້ແມ່ນກອງປະຊຸມທະເລຄັ້ງທຳອິດຂອງອົງການສະຫະປະຊາຊາດ ເຊິ່ງໄດ້ດຳເນີນແຕ່ວັນທີ 5 ຫາວັນທີ 9 ມິຖຸນານີ້ ໂດຍມີຈຸດປະສົງປ່ຽນແປງທ່າອ່ຽງທີ່ສະພາບແວດລ້ອງທຳມະຊາດຂອງທະເລນັບມື້ຊຸດໂຊມລົງ, ຊຸກຍູ້ໃຫ້ບັນລຸເປົ້າໝາຍກ່ຽວກັບການພັດທະນາທະເລແບບຍືນຍົງ.

ກ່ອນແລະໃນໄລຍະຈັດກອງປະຊຸມ, ລັດຖະບານປະເທດຕ່າງໆ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງຜົນລະເຮືອນ, ພາກສ່ວນເອກະຊົນ, ວົງການວິຊາການ ແລະ ອື່ນໆໄດ້ສະໝັກໃຈໃຫ້ຄຳໝັ້ນສັນຍາຫຼາຍກວ່າ 1300 ສະບັບ ໂດຍໄດ້ລວມທັງເປົ້າໝາຍລະອຽດຕ່າງໆຂອງເປົ້າໝາຍເລັກທີ 14 ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ