ເຊັນ​ສັນ​ຍາຫຼາຍກວ່າ 5 ຕື້ຢວນ​ໃນຕະ​ຫຼາດ​ນັດ​ສະ​ພາ​ການ​ຄ້າ​ຊາວ​ຈີນ​ອາ​ຊຽນ​ຄັ້ງ​ທີ 15
2017-06-11 16:32:17  cri 
ວັນ​ທີ 10 ມິ​ຖຸ​ນານີ້, ​ຕະ​ຫຼາດ​ນັດສະ​ພາ​ການ​ຄ້າ​ຊາວ​ຈີນ​ອາ​ຊຽນ​ຄັ້ງ​ທີ 15 ໄດ້ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິງ, ​ແລະໄດ້​ເຊັນ​ສັນ​ຍາ 17 ໂຄງ​ການ​ທີີ່​ມີ​ມູ​ນ​ຄ່າ 5 ຕື້ 70 ລ້ານຢວນ.

ຕະ​ຫຼາດ​ນັດ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ "ເ​ຊື່ອມ​ໂຍງ​ເຂົ້າ ໜຶ່ງ​ແລ​ວ​ທາງ​ໜຶ່ງ​ເສັ້​ນ​ທາງ, ຊຸກ​ຍູ້​ການ​ພັ​​ດ​ທະ​ນາ​ດ້ວຍ​ກາ​ນ​ປະ​ດິດ​ສ້າງ", ໄດ້ດຶງ​ດູດ​ນັກ​ທຸ​ລະ​ກິດຊາວ​ຈີນ​ແລະ​ຜູ້​ນຳ​ຊາວ​ຈີນ​ຕ່າງ​ດ້າວ 600 ກວ່າ​ທ່າ​ນ​ຈາກ 42 ປະ​ເທດ​ແລະ​ເຂດ​ແຄວ້ນມາ​ເຂົ້າ​ຮ່ວມ.

17 ໂຄງ​ການ​ດັ່ງ​ກ່າວນີ້​​ໄດ້​ເຊັນ​ສັນ​ຍາໃນ​ຕອນ​ບ່າຍມື້​ດຽວ​ກັນ, ຍອດ​ມູນ​ຄ່າ​ມີ​ເຖິງ 5 ຕື້ 70 ລ້ານຢວນ ເຊິ່ງ​ກ່ຽວ​ພັນ​ເຖິງ​ກະ​ສິ​ກຳ ອຸດ​ສາ​ຫະ​ກຳ​ເຄ​ມີ ພະ​ລັງ​ງານ​ໃໝ່ ​ການທ່ອງ​ທ່ຽວ ວັດ​ທະ​ນະ​ທຳ ​ຂໍ້​ມູນຂ່າວ​​ສານ​ທາງ​ອິ​ນ​ເຕິ​ເນັດ ​ການຈໍ​ລະ​ຈອນ​ສິນ​ຄ້າ ສຸ​ຂະ​ພາບ ການ​ຄ້າ ແລະ​ຂົງ​ເຂດ​ອື່ນໆ, ແລະໃນ​ນັ້ນ​ກໍ​ລວມ​ທັງ​ໂຄງ​ການ​ກໍ່​ສ້າງ​​ໂຮງໄຟ​ຟ້າພະ​ລັງ​ງານ​ແສງ​ຕາ​ເວັນ 50 ເມ​ກາ​ວັດ​ຂອງ​ລາວ.

ນັບ​ແຕ່​ສະ​ພາ​ການ​ຄ້າ​ຊາວ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ2003ເປັນ​ຕົ້ນ​ມາ,ໄດ້​ຈັດຕະ​ຫຼາດ​ນັດ 14 ຄັ້ງ​ຢ່າງ​ສຳ​ເລັດ​ຜົນ. ໃນ 14 ປີ​ມານີ້, ມີ​ວິສາ​ຫະ​ກິດ 3 ພັນ​ກວ່າແຫ່ງ ​ແລະ​ນັກ​ທຸ​ລະ​ກິດຊາວ​ຈີນ 5 ພັນ​ກວ່າ​ຄົນ​ໄດ້ມາ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ກັນ, ​ແລະ​ໄດ້​ເຊັນ​ຂໍ້ຜູກ​ພັນ​ແລະ​ສັນ​ຍາຢ່າງ​ເປັນ​ທາງ​ການ​ເກືອບ 100 ​ສະ​ບັບ,ລົງ​ທຶນ​ໂຕຈິງ 5 ຕື້​ກ່​ວາ​ຢວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ