ຫໍ​ "ໂລກແສງ​ສະ​ຫວ່າງ"ໃນງານ​ວາງ​ສະ​ແດງ​ໂລກ​ສະ​ເພາະ​ອັ​ສ​ທາ​ນາ
2017-06-12 16:35:54  cri 

ຫໍ"ໂລກແສງ​ສະ​ຫວ່າງ" ເປັນ​ຫໍ​ວາງ​ສະ​ແດງ​​ລວມ​ໃນ​ງານ​ວາງ​ສະ​ແດງ​ໂລກ​ສະ​ເພາະ​ອັ​ສ​ທາ​ນາທີ່​ຈັດ​ຂຶ້ນ​ຢູ່​ປະ​ເທດ​ກາ​ຊັກ​ສະ​ຖາ​ນ.ຫໍ​ດັ່ງ​ກ່າວ​​ເປັນ​ອາ​ຄານ​ສູງ 8 ຊັ້ນ ປະ​ກອບ​ມີ​ຫໍ​ປະ​ເທດ​ກາ​ຊັກ​ສະ​ຖານ​ແລະ​ຫໍ​ວາງ​ສະ​ແດງ​ຫົວ​ຂໍ້ "ອະ​ນາ​ຄົດ". ໃນ​ນີ້, ຫໍ​ວາງ​ສະ​ແດງ​ປະ​ເທດ​ກາ​ຊັກ​ສະ​ຖານ​ໄດ້​ສະ​ແດງ​ໃຫ້​ເຫັນ​ປະ​ຫວັດ​ສາດ,ວັດ​ທະ​ນະ​ທຳ,ຮີດ​ຄອງ​ປະ​ເພ​ນີ, ແຫຼ່ງ​ທ່ອງ​ທ່ຽວ​ພ້ອມ​ຜົນ​ສຳ​ເລັດຫຼ້າ​ສຸດ​ຂອງ​ປະ​ເທດ​ດັ່ງ​ກ່າວ, ​ຂະ​ນະ​ທີ່ຫໍ​ວາງ​ສະ​ແດງ​ຫົວ​ຂໍ້"ອະ​ນາ​ຄົດ"​ໄດ້​ໃຊ້​ເຕັກ​ນິກ​ດີ​ຈີ​ຕອນ,ສື່​ຕ່າງໆ​ແລະ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ​ທັນ​ສະ​ໄໝ​ຕ່າງໆ​ເພື່ອ​ວາງ​ສະ​ແດງ​ພະ​ລັງ​ງານ​ນ້ຳ,ພະ​ລັງ​ງານ​ເຄື່ອນ​ທີ່,ພະ​ລັງ​ງານ​ຊີ​ວະ​ພາບ,ພະ​ລັງ​ງານ​ລົມ,ພະ​ລັງ​ງານ​ແສງ​ຕາ​ເວັນ,ພະ​ລັງ​ງານ​ອະ​ວະ​ກາດ,ພະ​ລັງ​ງານ​ໃນ​ອະ​ນາ​ຄົດ, ອະ​ນາ​ຄົດ​ຂອງ​ອັ​ສ​ທາ​ນາ​ເຫຼົ່າ​ນີ້​ເປັນ​ຕົ້ນ.


1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ