ຈີນ​ເປັນ​ປະ​ເທດ​ທີ່ປະ​ກອບ​ສ່ວນ​ປະ​ຢັດ​ພະ​ລັງ​ງານ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​
2017-06-12 11:23:32  cri 
​ສັບ​ປະ​ດາ​ໂຄ​ສະ​ນາ​ເຜີຍ​ແຜ່​ການ​ປະ​ຢັດ​ພະ​ລັງ​ງານ​ທົ່ວ​ປະ​ເທດ​ ແລະ ກິດ​ຈະ​ກຳ​ວັນ​ກາກບອນ​ດີ​ອອກ​ຊິດ​ຕ່ຳ​ທົ່ວ​ປະ​ເທດປີ 2017 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 11 ມິ​ຖຸ​ນາ​ນີ້ ແລະ​ໃນ​ໂອ​ກາດ​ດັ່ງ​ກ່າວ,ທ່ານ ຈ່າງ​ໂຢງ ຮອງປະ​ທານ​ຄະ​ນະ​ກຳ​ມະ​ການ​​ພັດ​ທະ​ນາ​ແລະປະ​ຕິ​ຮູບ​ແຫ່​ງ​ລັດ​ຈີນ​ກ່າວ​ໃນ​ພິ​ທີ​ໄຂວ່າ: ນັບແຕ່​ປີ 2005 ຫາ​ປີ 2016, ​ໂດຍລວມ​ແລ້ວ,ການ​ສິ້ນ​ເປືອງ​ພະ​ລັງ​ງານ​ສະ​ເລ່ຍ​ຕໍ່ຫົວ​ໜ່ວຍ GDP ຂອງ​ຈີນໄດ້​ຫຼຸດ​ລົງ 37,3% ທັງ​ສາ​ມາດປະ​ຢັດ​ພະ​ລັງ​ງານ​ຖ່ານ​ຫີນ​​​ໄດ້ 1 ຕື້ 800 ລ້ານ​ໂຕນ, ເຊິ່ງ​ກໍ​ໝາຍ​ຄວາມ​ວ່າ​ສາ​ມາດ​ຫຼຸດການ​ລະ​ບາຍ​ກາກບອນ​ດີ​ອອກ​ຊິດ​​ໄດ້ປະ​ມານ 4 ຕື້​ໂຕນ, ​ອັດ​ຕາ​ການ​ອາ​ໄສ​ພະ​ລັງ​ງານ​ເພື່ອການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໄ​ດ້​ຕ່ຳ​ລົງ​ຢ່າງ​ຈະ​ແຈ້ງ. ​ຈາກ​ນີ້,ຈີນຈຶ່ງ​ເປັນ​ປະ​ເທດທີ່​ໄດ້ປະ​ກອບ​ສ່ວນ​ປະ​ຢັດ​ພະ​ລັງ​ງານ​​ໃຫຍ່​ທີ່​ສຸດ​ຢູ່​ໃນ​ໂລກ​ ແລະ​ປະ​ກອບ​ສ່ວນ​ເສີມ​ຂະ​ຫຍ​າຍ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ຫັນ​ປ່ຽນ​ຮູບ​ແບບ​ກາກບອນ​ດີ​ອອກ​ຊິດ​ຕ່ຳ​ແບບ​ສີ​ຂຽວ​ຂອງ​ໂລກ​ຕື່ມ​ອີກ.

ປັດ​ຈຸ​ບັນ, ຈີນ​ພວມ​ຍົກ​ລະ​ດັບ​ການ​ຕີ​ລາ​ຄາ​ແລະກວດ​ກາ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ເປົ້າ​ໝາຍ​ການ​ປະ​ຢັດ​ພະ​ລັງ​ງານ ທັງປັບ​ປຸງ​ກົດ​ໝາຍ​ຂໍ້​ກຳ​ນົດກ່ຽວ​ກັບ​ພະ​ລັງ​ງານ​ແລະ​ການ​ປະ​ຢັດ​ພະ​ລັງ​ງານ​ໃຫ້​ດີ​ຂຶ້ນ, ​ຂະ​ນະ​ທີ່​ໃນ​ຕໍ່​ໜ້າ,ຈະ​ເລັ່ງຊຸກ​ຍູ້​ຮູບ​ແບບ​ການ​ຜະ​ລິດ​ໃຫ້​ຫັນ​ເປັນ​ແບບ​ສີຂຽວ,ນຳ​ພາ​ການ​ສ້າງ​ວິ​ທີການ​ບໍ​ລິ​ໂພກ​ທີ່​ມີ​ກາກບອນ​ດີ​ອອກ​ຊິດ​ຕ່ຳ​ແລະ​ເປັນ​ແບບ​ສີ​ຂຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ