ເກີດ​ແຜ່ນດິນ​ໄຫວ​ຂັ້ນ 6,3 ຣິ​ເຕີຢູ່ເຂດ​ທະ​ເລ​ພາກ​​ໃຕ້​ເກາະ​ຊະວາ​ຕາ​ເວັນ​ຕົກ​
2017-06-12 11:37:55  cri 
ຕາມ​ຂ່າວສານ​ຊິນ​ຮວາ: ​​ໄດ້​ເກີດ​ແຜ່ນດິນ​ໄຫວ​ຢູ່ເຂດ​ທະ​ເລ​ພາກ​ໃຕ້​ແຂວງ​ຊະວາ​ຕາ​ເວັນ​ຕົກ​ປະ​ເທດ​ອິນ​ໂດ​ເນ​ເຊຍ​​ໃນ​ລະດັບ 6,3 ຣິ​ເຕີ​ໃນ​ຕອນ​ເຊົ້າ​ວັນ​ທີ 12 ມິຖຸນາ​ນີ້​ຂະນະ​ທີ່​ປັດຈຸບັນ​ຍັງ​ບໍ່​ທັນ​ມີ​ລາຍ​ງານ​ຜູ້​ເສຍຊີວິດ​ຫຼືບາດ​ເຈັບ​ແລະ​ຄວາມ​ເສຍ​ຫາຍ​ຕໍ່ຊັບ​ສິນ​ເທື່ອ.
​ເວັບ​ໄຊ​ກົມອຸຕຸນິ​ຍົມ,ດິນ​ຟ້າ​ອາກາດ​ແລະ​ຟິຊິກ​ໜ່ວຍ​ໂລກ​ຂອງ​ປະ​ເທດ​ດັ່ງກ່າ​ວລາຍ​ງານ​ວ່າ,​ແຜ່ນດິນ​ໄຫວ​​ເກີດ​ຂຶ້ນ​ໃນ​ເວລາ 6 ​ໂມງ 15 ນາທີ​ຕາມ​ເວລາ​ທ້ອງ​ຖິ່ນ​​ໂດຍ​ໃຈກາງ​ແຜ່ນດິນ​ໄຫວ​ຢູ່​ເຂດ​ທະ​ເລ​ຈາກ​ເມືອງຊູ​ກາ​ມູນີ​ແຂວງ​ຊະວາ​ຕາ​ເວັນ​ຕົກ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້ 179 ກິ​ໂລ​ແມັດ​ຫ່າງ​ຈາກ​ບັນ​ດຸ​ງ​ເທດສະບາ​ນ​ແຂວງ​​ປະມານ 207 ກິ​ໂລ​ແມັດ​ແລະ​ແຫຼ່ງ​ແຜ່ນດິນ​ໄຫວ​​ເລິກ​ລົງ 10 ກິ​ໂລ​ແມັດ.​ແນວ​ໃດ​ກໍ​ດີ,ພາກສ່ວນ​ຕິດຕາມ​ວັດ​ແທກ​ແຜ່ນດິນ​ໄຫວ​ຂອງ​ປະ​ເທ​ດດັ່ງກ່າວຍັງ​ບໍ່​ທັນ​ເຕືອນ​ໄພ​ຄຶ້ນ​ຊຶ​ນາ​ມີ​ເທື່ອ.
ກົມ​ວັດ​ແທກ​ທໍລະນີ​ອາ​ເມ​ລິ​ກາ​ແທກ​ໄດ້​ລະດັບ​ແຜ່ນດິນ​ໄຫວ​ເທື່ອ​ນີ້​​ຢູ່​ໃນ​ລະດັບ 5,6 ຣິ​ເຕີ​ແລະ​ມີ​ແຫຼ່ງ​ແຜ່ນດິນ​ໄຫວ​ເລິກ​ລົງ 10 ກິ​ໂລ​ແມັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ