ມຽນມາ​​ພົບ​ສົບ​ຜູ້​ເສຍ​ຊີວິດ 62 ຄົນ​​ແລ້ວ
2017-06-12 22:13:59  cri 
ຕາມ​ຂ່າວສານ​ຊິນ​ຮວາ: ກອງ​ບັນ​ຊາ​ການ​ກອງ​ປ້ອງ​ກັນຊາ​ດມຽນມາ​ໄດ້ອອກແຈ້ງ​ການ​ໃນ​ວັນ​ທີ 12 ມິຖຸນາ​ນີ້​ວ່າ​ສາມາດ​ພົບ​ສົບຜູ້​ເສຍ​ຊີວິດ 62 ຄົນ​ຈາກ​ເຫດເຮືອບິນ​ທະຫານ​ຕົກ​ທະ​ເລ​ໃນ​ວັນ​ທີ 7 ​ເດືອນ​ນີ້.
​ແຈ້ງ​ການ​ລະບຸວ່າ,ຕອນ​ເຊົ້າ​ວັນ​ດັ່ງກ່າວສາມາດ​ພົບ​ສົບ​ຜູ້​ເສຍ​ຊີວິດ 3 ຄົນ​ຢູ່​ພາກ​ຕາ​ເວັນ​ອອກ​ທະ​ເລ​ອັນ​ດາ​ມັນ​ແລະ​ສົ່ງ​ຜົນ​ເຮັດ​ໃຫ້​ປັດຈຸບັນ​ສາມາດ​ພົບ​ສົບ​ຜູ້​ເສຍ​ຊີວິດ​ແລ້ວ 62 ຄົນ​ຈາກ​ທັງ​ໝົດ 122 ຄົນ.​ແນວ​ໃດ​ກໍ​ດີ,ສາມາດ​ຢືນຢັນ​ອັດ​ຕະລັກ​ຂອງ​ຜູ້​ເສຍ​ຊີວິດ​ໄດ້​ແລ້ວ 27 ຄົນ.
ວັນ​ທີ 7 ​ເດືອນ​ນີ້,​ເຮືອບິນ​ຂົນ​ສົ່ງ​ທະຫານ​ລຳ​ໜຶ່ງ​ທີ່​ບັນທຸກ 122 ຄົນ​ໄດ້​ຂາດ​ການ​ຕິດ​ຕໍ່​ຂະນະ​ເດີນທາງ​ຈາກ​ເມືອງ​ມະຣັດ ​ເມືອງ​ແຄມ​ທະ​ເລ​​ໄປ​​ຢາງ​ກຸ່ງ​ແລະ​ໃນ​ມື້​ຖັດມາ,ກອງທັບ​ມຽນມາ​ກໍປະກາດ​ວ່າ​ພົບ​ຊາກ​ເຮືອບິນ​ແລະສົບ​ຜູ້​ເສຍ​ຊີວິດຈຳນວນ​ໜຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ