ທາ​ງ​ລົດ​ໄຟ​ມົມ​ບາ​ຊາ-ນາຍ​ໂຣ​ບີ​ໃນ​ສາຍ​ຕາ​ປະ​ຊາ​ຊົນ​ເກນ​ຢາ
2017-06-12 16:13:58  cri 

ວັນ​ທີ 9 ມິ​ຖຸ​ນາ​ນີ້, ນາງ​ຮ​າ​ນາ ອາ​ຍຸ 100 ປີ​​ທີ່​ຂີ່​ລົດ​ໄຟ​ໂດຍ​ສານ​ຕາມສາຍ​ທາງ​​ມົມ​ບາ​ຊາ-ນາຍ​ໂຣ​ບີ​ປະ​ເທດ​ເກນ​ຢາ ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ຂອງ​ຕົນ​ວ່າ: ​ສະ​ບາຍ, ສະ​ດວກ, ປອດ​ໄພ ແລະ​ຕູ້​ລົດ​​ໄຟກໍ​ປະ​ດັບ​ປະ​ດາ​ໄດ້​ງາມຫຼາຍ. ທາງ​ລົດ​ໄຟ​ມົມ​ບາ​ຊາ​-ນາຍ​ໂຣ​ບີ​ໄດ້​ເຊື່ອມ​ຕໍ່​ເມືອງ​ມົມ​ບາ​ຊາ​ທີ່​ເປັນ​ທ່າ​ເຮືອ​ທາ​ງ​ພາກ​ຕາ​ເວັນ​ອອກ​ກັບ​ນະ​ຄອນຫຼວງ​ນາຍ​ໂຣ​ບີ​ປະ​ເທດ​ເກນ​ຢາ ແລະ​ຜ່ານ 8 ແຂວງ ເຊິ່ງ​ຈະ​ເປັນ​ຕອນ​ທຳ​ອິດ​ຂອງ​​ຕາ​ໜ່າງ​ທາງ​ລົດ​ໄຟ​ອາ​ຟ​ຣິ​ກາ​ຕາ​ເວັນ​ອອກ ແລະ​ໄປ​ເຖິງ​ທາງ​ພາກ​ກາງ​ຂອງ​ອາ​ຟ​ຣິ​ກາ ແລະຈະ​ກາຍ​ເປັນ​ຊຸມ​ທາງ​ສຳ​ຄັນ​ທີ່​ເຊື່ອມ​ຕໍ່​ແຄມ​ຝັ່ງ​ທະ​ເລ​ກັບ​ເຂດ​ໃນ​ອາ​ຟ​ຣິ​ກາ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ