ປະ​ຊາ​ຊົນ​​ເມືອງໂອ​ຮັດ​ບາ​ປະ​ເທດອີ​ຣັກ 900 ຄົນ​​ເບື່ອ​ອາ​ຫານ
2017-06-13 17:10:20  cri 
ຕອນ​ຄ່ຳ​ວັນ​ທີ 12 ມິ​ຖຸ​ນາ​ນີ້, ສະ​ມາ​ຊິກ​ສະ​ພາ​ອີ​ຣັກ​ທ່ານ​ໜຶ່ງ​ກ່າວ​ວ່າ: ໃນ​ມື້​ດັ່ງ​ກ່າວ, ປະ​ຊາ​ຊົນ​ຢູ່​​ເຂດ​ລີ້​ໄພ​ແຫ່ງ​ໜຶ່ງ​ທາງ​ພາກ​ຕາ​ເວັນ​ອອກ​​ໂອ​ຮັດ​ບາ 900 ຄົນ​ໄດ້​ຮັບສານ​ພິດ​ຈາກ​ອາ​ຫານ​ຫຼັງ​ຈາກ​​ກິນ​ແລ້ວ.

ທ່ານ ໄຈ​ຮິດ ໂອ ຄາ​ໂຕ​ນີ ສະ​ມາ​ຊິ​ກ​ສະ​ພາ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ທີ່​ກ່ຽວ​ຂ້ອງ​ໃນການ​ຈັດ​ສັນ​ປະ​ຊ​າ​ຊົນ​ຂອ​ງ​ລັດ​ຖະ​ສະ​ພາ​ອີ​ຣັກ​ກ່າວ​ຕໍ່​ສື່ມວນ​ຊົນ​ວ່າ: ຜູ້​ຖືກ​ສານ​ພິດ​ໄດ້ນຳ​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍແລ້ວ ໂດຍໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ແມ່​ຍິງ,ຜູ້​ເຖົ້າ​ແລະ​ເດັກ​ນ້ອຍ. ປັດ​ຈຸ​ບັນ​ ​ສາ​ເຫດ​ຄວບ​ຄຸມ​ສະ​ພາບ​ດັ່ງ​ກ່າວໄດ້​ແລ້ວ ແລະ​ຍັງ​ບໍ່​ມີຜູ້​ເສຍ​ຊີ​ວິດ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ