ລັດ​ຖະ​ບານ​ກຳ​ປູ​ເຈຍ​ໄຟ​ຂຽວ​ໃຫ້ອະ​ດີດ​ປະ​ທານ​ພັກ​ກູ້​ຊາດ​​ກັບ​ຄືນ​ປະ​ເທດ
2017-06-15 10:59:28  cri 
ວັນ​ທີ 14 ມິ​ຖຸ​ນາ​ນີ້ ລັດ​ຖະ​ບາ​ນ​ກຳ​ປູ​ເຈຍ​ໄດ້​ປະ​ກາດໃຫ້​ຍົກ​ເລີກ​ການ​ເກືອດ​ຫ້າມ​ທ່ານ ສຳ​ເຣັນ​ສີ ອະ​ດີດ​ປະ​ທານ​ພັກ​ກູ້​ຊາດ​ກັບ​ຄືນ​ປະ​ເທດ.

​ຈາກ​ກໍ​ລະ​ນີນີ້, ຮອງ​ປະ​ທານ​ພັກ​ກູ້​ຊາດ​​ກຳ​ປູ​ເຈຍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ ແລະ​ກ່າວ​ວ່າ​ປັດ​ຈຸ​ບັນ​ພັກ​ຂອງ​ຕົນ​ຍັງ​ບໍ່​ໄດ້​ຢືນ​ຢັນ​​ວັນ​ເວ​ລາ​ການ​ກັບ​ຄືນ​ປະ​ເທດ​ຂອງ​ທ່ານ ສຳ​ເຣັນ​ສີ, ແຕ່​ຄາດ​ວ່າ​ທ່ານຈະ​ກັບ​ຄືນ​ປະ​ເທດ​ກ່ອນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ປີ 2018 ເຖິງ​ວ່າຈະ​ຜະ​ເຊີນ​ກັບ​ຄວາມ​ສ່ຽງ​ທີ່​ຈະ​ຖືກ​ຄຸກ​ກໍ​ຕາມ.

ເຈົ້​າ​ໜ້າ​ທີ່​ລັດ​ຖະ​ບານ​ກຳ​ປູ​ເຈຍ​ທີ່​ບໍ່ປະ​ສົງ​ອອກ​ນາມ​ທ່ານ​ໜຶ່ງ​ໄດ້​ກ່າວ​ຕໍ່​ສື່ມວນ​ຊົນ​ປະ​ເທດ​ຕົນ​ວ່າ: ​ຈາກ​ສະ​ພາບ​ທີ່​ທ່ານ ​ສຳ​ເຣັນ​ສີ​ບໍ່​ໄດ້​ຮັບ​ການ​ນິ​ລະ​ໂທດ​ເປັນ​ພິ​ເສດ​ນັ້ນ, ລັດ​ຖະ​ບານ​ຈະ​ປະ​ຕິ​ບັດ​​ຕາມ​ຄຳ​ຕັດ​ສິນ​ຂອງ​ສານ ເຊິ່ງ​ພຽງແຕ່​ທ່ານ​ສຳ​ເຣັນ​ສີກ້າ​ກັບ​ຄືນ​ປະ​ເທດ ກໍ​ຈະຖືກ​ຈັບ​. ເຈົ້າ​ໜ້າ​ທີ່​ທ່າ​ນ​ນີ້​ກ່າວ​ວ່າ: ລັດ​ຖະ​ບານ​ຈະ​ຕັ້ງ​ກຳ​ລັງ​ທະ​ຫານ​ຢູ່​ດ່ານ​ຊາຍ​ແດນ​ແລະ​ສະ​ໜາມ​ບິນ 3 ແຫ່ງ​​ໃນ​ທົ່ວ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ