ອາ​ເມ​ລິ​ກາ​ຂວ້ຳ​ບາດ​ອີ​ຣານ
2017-06-16 16:24:56  cri 
ວັນ​ທີ 15 ມິ​ຖຸ​ນາ​ນີ້, ວຸດ​ທິ​ສະ​ພາ​ອາ​ເມ​ລິ​ກາ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ຍັດ​ຕິ​ຂວ້ຳ​ບາດ​ອີ​ຣານ​ລວມ​ທັງ​ຍັດ​ຕິ​ສະ​ບັບ​ດັດ​ແກ້​ຂວ້ຳ​ບາດ​ຣັດ​ເຊຍ ແລະ​ຈາກ​ນີ້​ກໍ​ຈະ​ໃຫ້​ສະ​ພາ​ຕ່ຳ​ພິ​ຈາ​ລະ​ນາ​ໃນ​ຂັ້ນ​ຕໍ່​ໄປ.

ສຳ​ລັບ​ຍັດ​ຕິ​ສະ​ບັບ​ດັດ​ແກ້​ລະ​ບຸ​ວ່າ: ອາ​ເມ​ລິ​ກາ​ຈະ​ຂວ້ຳ​ບາດຊາວ​ຣັດ​ເຊຍ​ກຸ່ມ​ໜຶ່ງ​ຫຼັງ​ບຸກ​​ຄົນ​ເຫຼົ່າ​ນີ້​​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດ,​ທັງຖືກ​ສົງ​ໄສ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ,​ການສະ​ໜອງ​ອາ​ວຸດ​ໃຫ້​ແກ່​ລັດ​ຖະ​ບານ​ຊີ​ຣີ ແລະຊ່ວຍ​ລັດ​ຖະ​ບານ​ຣັດ​ເຊຍໂຈມ​ຕີ​ທາງ​ອິນ​ເຕີ​ເນັດ ກໍ​ຄື​ມີ​ການ​​ພົວ​ພັນດ້ານ​ການ​ຄ້າ​ກັບ​​ໜ່ວຍປ້ອງ​ກັນ​ຫຼື​ໜ່ວຍຂ່າວ​ລັບ​​ຣັດ​ເຊຍ​ແລະ​ອື່ນໆ. ນອກ​ນີ້, ເມື່ອ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ມີ​ຫວັງ​ຫຼຸດ​ຜ່ອນ​ຫຼື​ຢຸດ​ຕິ​ການ​ຂວ້ຳ​ບາດ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ຕໍ່​ຣັດ​ເຊຍ, ລັດ​ຖະ​ສະ​ພາ​ກໍ​ສາ​ມາດ​ດຳ​ເນີນ​ຂັ້ນ​ຕອນ​ພິ​ຈາ​ລະ​ນາ​ຕາມ​ຍັດ​ຕິ​ສະ​ບັບ​ດັດ​ແກ້​ດັ່ງ​ກ່າວ.

ຍັດ​ຕິ​ທີ່​ໄດ້​ຮັບ​ຮອງ​ຈາກວຸດ​ທິ​ສະ​ພາ​​​ອາ​ເມ​ລິ​ກາໃນ​ວັນ​ທີ 15 ມິ​ຖຸ​ນາ​ນີ້​ໃນ​ເບື້ອງ​ຕົ້ນເປັນ​ພຽງ​ແຕ່​​ເນື້ອ​ໃນ​ການ​ຂວ້ຳ​ບາດ​ອີ​ຣານເທົ່າ​ນັ້ນ, ແຕ່ໂຕ​ຈິງ​ໄດ້​ເອົາມາດ​ຕະ​ການ​ຂວ້ຳ​ບາດ​ຣັດ​ເຊຍ​ຕື່ມ​ເຂົ້າ​ໃນຍັດ​ຕິ​ການ​ຂວ້ຳ​ບາດ​ອີ​ຣານ​ດ້ວຍ​ຮູບ​ແບບການ​ດັດ​ແກ້​ຍັດ​ຕິ ເພື່ອ​ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາ​ກ​ທຳ​ນຽບ​ຂາວ​​ໃຫ້​ຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ