ອິນ​ໂດ​ເນ​ເຊຍ​ຈະ​ເຊີນ 5 ປະ​ເທດ​ຮ່ວມ​ກັນ​ຫາ​ລື​ດັບ​ສູນຖານ​ລັດ​ທິ​ກໍ່​ການ​ຮ້າຍ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້
2017-06-16 16:25:49  cri 
​ໜັງ​ສື​ພິມ Harian Nusantara ລາຍ​ວັນ​ສະ​ບັບ​ວັນ​ທີ 15 ມິ​ຖຸ​ນາ​ນີ້​ລາຍ​ງານ​ວ່າ: ທ່ານ​ ເກ​ເນ​ເຣວ ວີ​ຣານ​ໂຕ ລັດ​ຖະ​ມົນ​ຕີ​ກະ​ຊວງປະ​ສານສົມ​ທົບ​ການ​ເມືອງ,ກົດ​ໝາຍ​ແລະ​​ຄວາມ​ປອດ​ໄພອິນ​ໂດ​ເນ​ເຊຍ​ກ່າວ​ວ່າ: ​ເນື່ອງ​ຈາກ​ກຸ່ມ​ກໍ່​ການ​ຮ້າຍ IS ຢູ່​ໃກ້​ເມືອງ​ມາ​ລາ​ວີ​ເກາະ​ມິນ​ດາ​ນາວ​ປະ​ເທດ​ຟີ​ລິບ​ປິນ, ອິນ​ໂດ​ເນ​ເຊຍ​ຈະ​ຈັດ​ກອງ​ປະ​ຊຸມ​ປະ​ສານ​ງານ​ຫຼາຍ​ຝ່າຍ​ໃນ​ທ້າຍ​ເດືອນ​ນີ້ ໂດຍ​ຈະ​ເຊີນ​ນູ​ແວັນ​ເຊ​ລັງ, ອົ​ສຕ​ຣາ​ລີ, ບ​ຣູ​ໄນ,ມາ​ເລ​ເຊຍແລະ​ຟີ​ລິບ​ປິນ​ຮ່ວມ​ຫາ​ລື​ທິດ​ທາງ​ການ​ຮັບ​ມື,ເພື່ອ​ດັບ​ສູນ​ຖານ​ລັດ​ທິ​ກໍ່​ການ​ຮ້າຍ​ຢູ່​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.

ທ່ານ​ ວີ​ຣານ​ໂຕ ເຫັນ​ວ່າ: ປັດ​ຈຸ​ບັນ, ​ຫຼັງ​ສາ​ຂາ​ຂອງອົງ​ການ​ກໍ່​ການ​ຮ້າຍ IS ຢູ່​ຊີ​ຣີ​ໄດ້​ຖືກ​ດັບ​ສູນ​ແລ້ວ, ອົງ​ການ​ດັ່ງ​ກ່າວ​ຈະ​ຫັນ​ເປົ້າ​ໝາຍ​​ມາ​ສູ່​ສອງ​ຈຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ຄື​ເມືອງປາ​ໂມ​ນາ ຕີ​ເມີ ແຂວງ​ຊຸ​ລາ​ວີ​ຊີ​ກາງ​ອິນ​ໂດ​ເນ​ເຊຍ ແລະ ເມືອງ​ມາ​ລາ​ວີ​ປະ​ເທດຟີ​ລິບ​ປິນ. ​ຈາກ​ນີ້​ອິນ​ໂດ​ເນ​ເຊຍ​ຈະ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນເຂດ​ຊາຍ​ແດນ​ຢູ່​ໃກ້ພາກ​ໃຕ້​ຟີ​ລິບ​ປິນ ເພື່ອບໍ່​ໃຫ້​ກຸ່ມ​ກໍ່​ການ​ຮ້າຍ​ລອດ​ເຂົ້າ​ມາ​ໃນ​ປະ​ເທດ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ