ປາ​ນາ​ມາ​ຫວັງ​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ຈີນ
2017-06-16 16:27:57  cri 
ວັນ​ທີ 14 ມິ​ຖຸ​ນາ​ນີ້, ທ່ານ ໂອ​ເກ​ສ​ໂຕ ອາ​ໂຣ​ຊີ​ເມ​ນາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ປາ​ນາ​ມາ​ກ່າວ​ວ່າ: ປະ​ເທດ​ຕົນ​ຫວັງ​ຈະ​ເຊັນ​ສັນ​ຍາການ​ຄ້າ​ເສ​ລີ​ກັບ​ຈີນ ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ.

ທ່ານ ໂອ​ເກ​ສ​ໂຕ ອາ​ໂຣ​ຊີ​ເມ​ນາ ກ່າວ​​ຕື່ມວ່າ: ການ​ຄ້າ​ແລະ​ການ​ລົງ​ທຶນ​ແມ່ນ​ຫົວ​ຂໍ້​ທີ່​ສຳ​ຄັນ​ຂອງ​ວາ​ລະ​ການ​ຮ່ວມ​ມື​ລະ​ຫວ່າງ​ປາ​ນາ​ມາ-ຈີນ. ຈີນ​ໃນ​ຖາ​ນະ​ເປັນ​​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ,ທັງແມ່ນ​ຄູ່​ຮ່ວມ​ການ​ຄ້າ​ທີ່​ສຳ​ຄັນ​ຫຼາຍ​ທີ່​ສຸດ​ຂອງ​ປາ​ນາ​ມາ. ​ຈາກ​ນີ້ລັດ​ຖະ​ບານ​ປະ​ເທດ​ຕົນຈະ​ພະ​ຍາ​ຍາມ​ປຶກ​ສາ​ຫາ​ລື​​ເພື່ອບັນ​ລຸ​ຄວາມເປັນ​ເອ​ກະ​ພາບ​ກັນ ແລະ​ສ້າງ​ຜົນ​ປະ​ໂຫຍດ​ທີ່​ແທ້​ຈິງ​ໃຫ້​ແກ່​ສອງ​ປະ​ເທດ. ​ຂະ​ນະ​ດຽວ​ກັນ​ກໍ​ຈະ​ຖື​ຜົນ​ປະ​ໂຫຍດ​ຂອງ​ສອງ​ປະ​ເທດ​ເປັນ​ຈຸດ​ເລີ່ມໃນ​ການເພີ່ມ​ທະ​ວີ​ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ຄ້າ​ກັບ​ຈີນ,ຍົກ​​ຂີດຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ຄ້າ​ສົ່ງ​ອອກ​,ເພື່ອ​​ສ້າງ​ທ່າ​ແຮງ​ແຂ່ງ​ຂັນໃຫ້​ແກ່​ນັກ​ລົງ​ທຶນຫຼາຍກວ່າ​ເກົ່າ.

ຈີນ​ແລະ​ປາ​ນາ​ມາ​ໄດ້​ເຊັນ​ຖະ​ແຫຼງການ​ຮ່ວມ​ໃນ​ວັນ​ທີ 13 ມິ​ຖຸ​ນາ​ນີ້ ແລະສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ດັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ