ສູນ​ການ​ຄ້າ​ແຫ່ງ​ໜຶ່ງ​ຢູ່​ໂບ​ໂກ​ຕາ​ປະ​ເທດໂກ​ລົມ​​ບີ​ເກີດ​​ເຫດ​ລະ​ເບີດ​ເຮັດ​ໃຫ້ມີຫຼາຍ​ຄົນ​ເສຍ​ຊີ​ວິດແລະ​ບາດ​ເຈັບ
2017-06-18 16:59:41  cri 
ສູນ​ການ​ຄ້າ​ແຫ່ງ​ໜຶ່ງ​ຢູ່​ໂບ​ໂກ​ຕາ ນະ​ຄອນ​ຫຼວງ​ໂກ​ລົມ​ບີ​ໄດ້​ເກີດ​ເຫ​ດ​ລະ​ເບີດ​​ໃນວັນ​ທີ 17 ມິ​ຖຸ​ນາ​ນີ້, ສົ່ງ​ຜົມ​ເຮັດ​ໃຫ້ປະ​ຊາ​ຊົນ​ຢ່າງ​ໜ້ອຍ 3 ຄົນ​ເສຍ​ຊີ​ວິດ​ແລະ 9 ຄົນ​ໄດ້​ຮັບ​ບາດ​ເຈັບ.
ເຈົ້າ​​ຄອງ​ນະ​ຄອນ​ຫຼວງ​ໂບ​ໂກ​ຕາ​ກ່າວ​ວ່າ, ​ເຫດລະ​ເບີດ​​ດັ່ງ​ກ່າວ​ແມ່ນ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ.
 ​ສື່ມວ​ນ​ຊົນ​​ທ້ອງ​ຖິ່ນ​ລາຍ​ງານ​ວ່າ, ​ເຫດລະ​ເບີດ​ໄດ້​ເກີດ​ຂຶ້ນ​ຢູ່​ຊັ້ນ​ສອງ​ຂອງ​ສູນ​ການ​ຄ້າແຫ່ງ​​ນັ້ນ​​ທາງ​ພາກ​ເໜືອ​ຂອງ​ໂບ​ໂກ​ຕາ. ການ​ລະ​ເບີດ​ມີ​ອາ​ນຸ​ພາບ​ທຳ​ລາຍ​ຢ່າງ​ຮຸນ​ແຮງ​ແລະ​ເກີດມີ​ຄວັນ​ກຸ້ມ. ​ຂະ​ນະ​ທີ່​ໃນ​ຈຳ​ນວນຜູ່ເສຍ​ຊີ​ວິດ​ມີຍິງ​ຝ​ຣັ່ງໜຶ່ງຄົນ. ປັດ​ຈຸ​ບັນ, ປະ​ຊາ​ຊົນ​ຢູ່​ສູນ​ການ​ຄ້າ​​ດັ່ງ​ກ່າວຖືກ​ແຍກ​ຍ້າຍ​ແລ້ວ​ແລະຜູ່​ບາດ​ເຈັບ​ກໍ​ຖືກ​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​. ປັດ​ຈຸ​ບັນຍັງ​ບໍ່​ມີ​ອົງ​ການ​ຫຼື​ບຸກ​ຄົນ​​ໃດໆ​ອອກ​ມາ​ກ່າວ​ອ້າງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຫດ​ການ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ