ຈະ​ເລີ່ມ​ດຳ​ເນີນແຜນ​ການ​​ການເຈ​ລະ​ຈາ​​​ສັນ​ຕິ​ພາບກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ຮອບ​ໃໝ່​​ໃນ​ເດືອນ​ໜ້າ
2017-06-18 14:53:01  cri 
ວັນ​ທີ 17 ມິ​ຖຸ​ນາ​ນີ້, ທ່ານ​ສ​ຕາຟ​ຟານ ເດີ ມິ​ສ​ຕູ​ຣາ ທູດ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ປະ​ກາດ​ແຈ້ງ​ການ​​ວ່າ: ຕົນ​ອາດ​ຈະ​ເລີ່ມດຳ​ເນີນແຜນ​ການເຈ​ລະ​ຈາ​ສັນ​ຕິພາບ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ຮອບ​ໃໝ່​​ໃນ​ວັນ​ທີ 10 ​ກໍ​ລະ​ກົດ​ໜ້າ​ນີ້.

​ທ່ານ ເດີ ມິ​ສ​ຕູ​ຣາ ລະ​ບຸ​ໃນ​ແຈ້ງ​ການ​ວ່າ: ຕົນ​ຈະ​ກຳ​ນົດ​ຜູ້​ແທນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ທີ່​ຈະ​ເຊື້ອ​ເຊີນ​ໂດຍ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ. ຫົວ​ຂໍ້​ໃ​ຈກາງ​ຂອງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຮອບ​ໃໝ່​ຍັງ​ຄົງ​ແມ່ນ​ການ​ປະ​ກອບ​ສ້າງ​ລັດ​ຖະ​ບານ​ສາ​ມັກ​ຄີ​ຊາດ,ການ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ,ການ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄັ້ງ​ໃໝ່​ແລະ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ.

ທ່ານ ເດີ ມິ​ສ​ຕູ​ຣາ ກ່າວ​ຕື່ມ​ວ່າ: ນອກ​ຈາກ​ການ​ເຈ​ລະ​ຈາ​ໃນ​ເດືອນ​ກໍ​ລະ​ກົດ​ແລ້ວ,ການ​ເຈ​ລະ​ຈາ​ດັ່ງ​ກ່າວ​ຈະ​ສືບ​ຕໍ່​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ແລະ​ເດືອນ​ກັນ​ຍາ​ປີ​ນີ້​ນຳ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ