ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫລື​ສອ​ງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຄັ້ງ​ທີ 9 ຈັດ​ຂຶ້ນ​ຢູ່​ເມືອງ​ເຊ້ຍ​ເມີນປະ​ເທດ​ຈີນ
2017-06-18 15:32:53  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສອ​ງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຄັ້ງ​ທີ 9 ໄດ້​ຈັດ​ຂຶ້ນຢູ່​ເມືອງ​ເຊ້ຍ​ເມີນ​ແຂວງ​ຟູ​ຈ້ຽນ​ປະ​ເທດຈີນ​ຢ່າງ​ຄຶກ​ຄື້ນ​ ໂດຍທ່ານ ຢູ​ເຈີ້ງ​ເຊີ່ງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​,ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເຂົ້າ​ຮ່ວມແລະ​ກ່າວ​ຄຳ​ປາ​ໄສ​ໃນພິ​ທີ​ໄຂ​ກອງ​ປະ​ຊຸມ.

ທ່ານ ຢູ​ເຈີ້ງ​ເຊີ່ງ ຊີ້​ໃຫ້​ເຫັນ​ວ່າ: ໃນ​ປີ 2016 ຜ່ານ​ມາ, ເຖິງວ່າ​ການ​ພັດ​ທະ​ນາ​ການ​ພົວ​ພັນ​​ສັນ​ຕິ​ພາບລະ​ຫວ່າງ​ສອງ​ຝັ່ງ​ຊອງ​ແຄບ​ໄຕ້​ຫວັນ​ໄດ້​​ຖືກ​ລົບ​ກວນ​ຢ່າງ​ໜັກ​ໜ່ວງ​ ແລະໄດ້​ຜະ​ເຊີນ​ກັບ​ຄວາມ​ສ່ຽງ​ແລະ​ສິ່ງ​ທ້າ​ທາຍ​ອັນ​ໃໝ່​ກໍ​ຕາມ,ແຕ່​ການ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ກໍຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນໃໝ່​ທາງ​ປະ​ຫວັດ​ສາດ​ ໂດຍ​ແຜ່ນ​ດິນ​ໃຫຍ່​ຈີນໄດ້​ວາງ​ມາດ​ຕະ​ການ​ແລະ​ນະ​ໂຍ​ບາຍ 20 ກວ່າ​ລາຍ​ການ ເພື່ອ​ສ້າງ​ເງື່ອນ​ໄຂ​ທີ່​ດີກວ່​າ​ເກົ່າ​ໃຫ້​ແກ່​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ທີ່ມາ​ຮ່ຳ​ຮຽນ,ດຳ​ລົງ​ຊີ​ວິດ​ແລະ​ເຮັດ​ວຽກ​ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ.

ທ່ານ ຢູ​ເຈີ້ງ​ເຊີ່ງ ເນັ້ນ​ວ່າ: ພີ່​ນ້ອງ​ຮ່ວມ​ຊາດ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ຄວນ​ຮັບ​ເອົາໄມ້​ແລ່ນ​ຕໍ່​ແຮງ​ແຫ່ງ​ປະ​ຫວັດ​ສາດ,​ຍຶດ​ໝັ້ນ​ຮັກ​ສາ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ,​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ລະ​ຫວ່າງ​ສອງ​ຝັ່ງ​ຊ່​ອງ​ແຄບ​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັນຢ່າງ​ເລິກ​ເຊິ່ງ,ຊຸກ​ຍູ້​ຂະ​ບວນ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ບັນ​ລຸ​​ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້ເຂັ້ມ​ແຂງ ການ​ສ້າງ​ປະ​ຊາ​ຊາດ​ຈີນ​ໃຫ້ຈະ​ເລີນ​ຮຸ່ງ​ເຮືອງ​ຍິ່ງໆ​ຂຶ້ນ​ແລະ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ