ປະ​ທາ​ນາ​ທິ​ບໍ​ດີ​ວາ​ນູ​ອາ​ຕູ​ເຖິງ​ແກ່​ມໍ​ລະ​ນະ​ກຳ
2017-06-18 15:40:27  cri 
ລັດ​ຖະ​ບານ​ວາ​ນູອ​າ​ຕູ​ທີ່​ເປັນ​ປະ​ເທດເກາະ​ດອນ​ຢູ່​ປາ​ຊີ​ຟິກ​ໃຕ້​ໄດ້​ຢືນ​ຢັນ​ວ່າ: ທ່ານ ​ບານ​ດ໌​ວິນ ລອນ​ສ໌​ເດວ ປະ​ທາ​ນາ​ທິ​ບໍ​ດີ​​ປະ​ເທດ​ຕົນ​ໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳ​ໃນ​ວັນ​ທີ 17 ມິ​ຖຸ​ນາ​ນີ້.

​ສື່ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ: ທ່ານ ລອນ​ສ໌​ເດວ ​ໄດ້​ຖືກ​ສົ່ງ​ໄປ​ໂຮງ​ໝໍ​ແຫ່ງ​ໜຶ່ງ​ຢູ່ນະ​ຄອນ​ຫຼວງ​ພັອດ​ວີ​ລາ​​ສຸກ​ເສີນຫຼັງ​ສົງ​ໄສ​ເກີດ​ອາ​ການ​ພະ​ຍາດ​ຫົວ​ໃຈ, ແຕ່​ແພດ​ໝໍ​ກໍ​ບໍ່​ສາ​ມາດ​ກູ້​ຊີວິດ​ຄືນ​ໄດ້.

ແຫຼ່ງ​ຂ່າວ​ຈາກກະ​ຊວງ​ການ​ຕ່າງ​ປະ​ເທດ​ວາ​ນູ​ອາ​ຕູ​ໃຫ້​ຮູ້​ວ່າ: ຫຼັງ​ຈາກ​ທ່ານ ລອນ​ສ໌​ເດວ ເຖິງ​ແກ່​ມໍ​ລະ​ນະ​ກຳ​ແລ້ວ, ວາ​ນູ​ອາ​ຕູ​ກໍ​ເຂົ້າ​ສູ່​ໄລ​ຍະ​ໄວ້​ອາ​ໄລ​ທົ່ວ​ປະ​ເທດ​ເປັນ​ເວ​ລາ 10 ວັນ.

ຂ່າວ​ແຈ້​ງວ່າ:ທ່ານ ລອນ​ສ໌​ເດວ ໄດ້​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ເມື່ອ​ວັນ​ທີ 22 ກັນ​ຍາ​ປີ 2014.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ