ກອງທັບ​ອີຣັກ​ບຸກທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ​ຂອງ IS ຢູ່ເມືອງໂມຊຸນ
2017-06-19 15:59:59  cri 

​ເຈົ້າໜ້າ​ທີ່ກອງທັບ​ອີຣັກປະກາດ​ໃນ​ວັນ​ທີ 18 ມິຖຸນາ​ນີ້​ວ່າ: ກອງທັບ​ລັດຖະບານ​ໄດ້​ເປີດ​ບັ້ນ​ໂຈມຕີ​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ​ຂອງ​ກຸ່ມຫົວ​ຮຸນ​ແຮງ IS ຢູ່​ເມືອງ​ໂມ​ຊຸນ ຕົວ​ເມືອງ​ໃຫຍ່​ອັນ​ດັບ​ສອງ​ຂອງ​ປະ​ເທດ​ໃນ​ວັນ​ດັ່ງກ່າວ.

ທັງ​ນີ້, ທ່ານອັບ​ດຸນ ອາ​ມີ ຢາຣາລາ ​ໂຄສົກ​ກອງ​ບັນຊາ​ການ​ການ​ເຄື່ອນ​ໄຫວປະສົມ​ກອງທັບ​ອີຣັກ ​ໄດ້​ອອກ​ຖະ​ແຫຼງການວ່າ: ກອງ​ກຳລັງ​ປະ​ກອບ​ອາວຸດ​ອີຣັກ ລວມທັງ​ກອງ​ກຳລັງ​ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ ກອງ​ຕຳຫຼວດສະຫະພັນ ​ໄດ້​ເປີດ​ການ​​ໂຈມຕີຂັ້ນຕັດສິນ​ຊີ້​ຂາດຈາກ​ເຂດຕາ​ເວັນຕົກ​ເມືອງ​​ໂມ​ຊຸນ​​ໄປ​ສູ່​ເຂດ​ໃຈກາງ​ເມືອງ​ເກົ່າ​ໃນ​ວັນ​ດັ່ງກ່າວ ​ເພື່ອ​ດັບ​ສູນ​ກຳລັງເສດ​ເຫຼືອຂອງ IS ​ ທີ່​ຄວບ​ຄຸມ​ເຂດ​ເມືອງ​ດັ່ງກ່າວ.

ຖະ​ແຫຼງການ​ຍັງລະ​ບຸ​ວ່າ: ກອງທັບ​ລັດຖະບານ​ໄດ້​ໂຈມ​ຕີ​ເຂົ້າເຂດ​ໃຈກາງ​ເມືອງ​ເກົ່າ​ທັງ​ສາມ​ທິດ ນັບ​ແຕ່​ເວລາ 6:00 ​ໂມງ​ຂອງ​ວັນ​ທີ 18 ມິຖຸນາ​ນີ້​ເປັນຕົ້ນ​ໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ