ຊາວ​ຈີນ​ຢູ່​ລາວ​ຖືກ​ຍິງ​ເສຍ​ຊີ​ວິດໜຶ່ງ​ຄົນ
2017-06-19 10:45:26  cri 
ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ເປີດ​ເຜີຍ​ໃນ​ວັນ​ທີ 18 ມິ​ຖຸ​ນາ​ນີ້​ວ່າ: ວັນ​ທີ 16 ມິ​ຖຸ​ນາ​ນີ້, ​ຊາວ​ຈີນ​ຜູ້​ໜຶ່ງໄດ້​ຖືກ​ຄົນ​ບໍ່​ດີຍິງ​ເສຍ​ຊີ​ວິດ​ຢູ່​ແຂວງ​ໄຊ​ສົມ​ບູນ ພາກ​ກາງ​ ສ​ປ​ປ ​ລາວ, ​ຂະ​ນະ​ທີ່ປັດ​ຈຸ​ບັນ​ລາວພວມ​ດຳ​ເນີນ​ການ​ສືບ​ສວນ​ເຫດ​ການ​ດັ່ງ​ກ່າວ.

ມື້​ດຽວ​ກັນ,ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ກໍ​ໄດ້​ປະ​ກາດ​ແຈ້ງເຕືອນ​ຄວາມ​ປອດ​ໄພ​ແລະ​ໄດ້​ຮຽກ​ຮ້ອງ​ໃຫ້​ລາວ​​ຫາ​ຄົນ​ບໍ່​ດີ​ທີ່​ກໍ່​ເຫດ​ດັ່ງ​ກ່າວ​ໃຫ້ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ເພື່ອນຳ​ມາ​ລົງ​ໂທດ,ພ້ອມ​ທັງ​ເພີ່ມ​ການ​​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ພົນ​ລະ​ເມືອງ​ແລະ​ອົງ​ການ​ຈັດ​ຕັ້ງຂອງ​ຈີນ. ​ຂະ​ນະ​ດຽວ​ກັນ,​ພົນ​ລະ​ເມືອງ​ແລະ​ອົງ​ການ​ຈັດ​ຕັ້ງຂອງ​ຈີນ​ຢູ່​ລາວກໍຕ້ອງ​ຍົກ​ສູງ​ສະ​ຕິ​ລະ​ວັງ​ຕົວຕື່ມ​ອີກ ແລະ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ລວມ​ທັງ​ໃຫ້ລາຍ​ງານ​ສະ​ພາບ​ທີ່​ບໍ່​ດີ​ຕໍ່​ເຈົ້າ​ໜ້າ​ທີ່ລາວ​ຢ່າງ​ທັນ​ເວ​ລາ ​ລວມ​ທັງ​ຕິດ​ຕໍ່​ກັບ​ສະ​ຖານ​ທູດ​ແລະ​ສະ​ຖານ​ກົງ​ສຸນ​ ​ຈີນ​ປະ​ຈຳ​ລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ