ປິດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ອາ​ຊີ​ໃຕ້-ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ກອງ​ປະ​ຊຸມ​ການ​ຄ້າ​ການ​ລົງ​ທຶນ 2017
2017-06-19 17:12:34  cri 
ຕາມ​ຂ່າວ​ສານ​ຈີນ: ງານ​ວາງ​ສະ​ແດງ​ສິນ​ຄ້າ​ອາ​ຊີ​ໃຕ້-ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ກອງ​ປະ​ຊຸມ​ການ​ຄ້າ​ການ​ລົງ​ທຶນ 2017 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຄຸນ​ມິງ​ໄດ້​ອັດ​ລົງ​ໃນ​ວັນ​ທີ 18 ມິ​ຖຸ​ນາ​ນີ້ ແລະ​ໃນ​ງານ​ດັ່ງ​ກ່າວ​ກໍ​ໄດ້​ບັນ​ລຸ​ການ​ເຊັນ​ສັນ​ຍາ​​ຂໍ້​ຜູກ​ພັນ​ການ​ຮ່ວມ​ມື​​ມູນ​ຄ່າຫຼາຍກວ່າ 500 ຕື້​ຢວນ ​ທີ່​ສຳ​ຄັນ​ໄດ້​ກາຍ​ເປັນ​ງານແຫ່ງ​ການ​ແລກ​ປ່ຽນ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້​າ​ລະ​ຫວ່າງ​ປະ​ເທດ​ໃນ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ທີ່​ຍິ່ງ​ໃຫຍ່.

​ປີ​ນີ້​ງານ​ດັ່ງ​ກ່າວ​ສາ​ມາດ​ດຶງ​ດູດ​ວິ​ສາ​ຫະ​ກິດ 4000 ກວ່າ​ແຫ່ງ​ຈາກ 86 ປະ​ເທດ​ໃນ​ເຂດ​ແຄວ້ນ​ໃນ​ໂລກ​ມາ​ເຂົ້າ​ຮ່ວມ​ງານ ໃນ​ນີ້​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​​ກວມ 42% ໂດຍ​ມີ 33 ປະ​ເທດ​ແລະ​ເຂດ​ແຄວ້ນ​ຢູ່​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ທ່ານ​ຄຳ​ລຽນ ພົນ​ເສ​ນາ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ​ແລະ​ການ​ລົງ​ທຶນ ແຫ່ງ ສ​ປ​ປ ລາວ​ກ່າວ​ວ່າ, ງານ​ປີ​ນີ້​ມີ​ຄວາມ​ໝ​າຍ​ສຳ​ຄັນ​ທີ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ລົງ​ທຶນ ລະ​ຫວ່າງ​ລາວ​-ຈີນ​ເວົ້າ​ລວມ ເວົ້າ​ສະ​ເພາະລະ​ຫວ່າງ​ລາວ​ກັບ​ແຂວງ​ຢຸນ​ນານ ພ້ອມ​ດ້ວຍ​ການ​ເຊື່ອມ​ຈອດ​ກັນ​ໃນ​ພາກ​ພື້ນ ​ເຊິ່ງ​ສາ​ມາດສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ເສີມ​ຂະ​ຫຍາຍ​ທ່າ​ແຮງທາງ​ພູມ​ສາດ​ຂອງ​ແຂວງ​ຢຸນ​ນານ ແລະ​ສ້າງ​ເວ​ທີ​​ການພົວ​ພັນທາງ​ເສດ​ຖະ​ກິດ​ການ​ຄ້າ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ໃນ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ