ຈີນ-ຣັດ​ເຊຍ​ຊ້ອມ​ຮົບ "ຮ່ວມ​ທາງ​ທະ​ເລ 2017"
2017-06-19 16:25:58  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 18 ມິ​ຖຸ​ນານີ້, ກອງ​ກຳ​ປັ່ນ​ທະ​ຫານ​ທະ​ເລ​ຈີນ ໄດ້​​ເດີນ​ທາງ​ຈາກ​ເມືອງ​ຊ່ານ​ຢ້າໄປ​ແຊງ​ເປ​ເຕີ​ສ​ເບີກ​ແລະ​ກາ​ລີ​ນິນກ​ຣັດປະ​ເທດ​ຣັດ​ເຊຍ ເພື່ອ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ "ຮ່ວມ​ທາງ​ທະ​ເລ 2017" ໄລ​ຍະ​ທີ​ໜຶ່ງລະ​ຫວ່າງ​ສອງ​ປະ​ເທດ.

    ພາຍຫຼັງ​ສອງ​ປະ​ເທດ​ເປັນ​ເອ​ກະ​ພາບ​ກັນ​ຫວ່າງບໍ່​ດົນຜ່ານ​ມາ, ກອງ​ທັບ​ທະ​ເລ​ສອງ​ຝ່າຍ​ຈະ​​ຊ້ອມ​ຮົບ​ປະ​ສົມ "ຮ່ວມ​ທາງ​ທະ​ເລ 2017" ໂດຍ​ແບ່ງ​ເປັນ​ສອງ​ໄລ​ຍະ ຄື​ໄລ​ຍະ​ທີ​ໜຶ່ງ​ຢູ່​ເຂດ​ທະ​ເລບານ​ຕິກໃນ​ທ້າຍ​ເດືອນ​ກໍ​ລະ​ກົດ ແລະ​ໄລ​ຍະ​ທີ​ສອງ​ຢູ່​ເຂດ​ທະ​ເລ​ຍີ່​ປຸ່ນ​ແລະ​ທະ​ເລ​ອ໊ອກ​ຮອດ​ສ໌​ກ໌​ໃນ​ກາງ​ເດືອນ​ກັນ​ຍາ.

    ປີນີ້, ການ​ຊ້ອມ​ຮົບ​ປະ​ສົມ​ຈີນ-ຣັດ​ເຊຍມີ​ຫົວ​ຂໍ້​ "ຮ່ວມ​ຊ່ວຍ​ເຫຼືອ​ແລະ​​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ກິດ​ຈະ​ກຳ​ເສດ​ຖະ​ກິດ​ທາງ​ທະ​ເລ" ແມ່ນ​ການ​ຊ້ອມ​ຮົບ​ປະ​ຈຳ​ປີ​ລະ​ຫວ່າງກອງ​ທັບ​ທະ​ເລ​ສອງ​ປະ​ເທດ ເຊິ່ງ​ຈຸດ​ປະ​ສົງ​ກໍເພື່ອ​ປັບ​ປຸງ​ແລະ​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ, ລົງ​ເລິກ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ສອງກອງ​ທັບ, ເພີ່ມ​ທະ​ວີ​ຂີດ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ການ​ຂົ່ມ​ຂູ່​ທາງ​ທະ​ເລ ແລະ​ຍົກ​ລະ​ດັບ​ການ​ຈັດ​ຕັ້ງ​ແລະ​ການບັນ​ຊາ​​ການ​ເຄື່ອນ​ໄຫວ​ປະ​ສົມຂອງກອງ​ທັບ​ທະ​ເລ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ