ເຊັນ​ສັນ​ຍາ​ຮ່ວມ​ມື​ເທດ​ສະ​ການ​ຮູບ​ເງົາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-06-19 16:35:00  cri 
    ເທດ​ສະ​ການ​ຮູບ​ເງົາ​ສາ​ກົນ​ຊຽງ​ໄຮ​ຄັ້ງ​ທີ 20 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ ສ​ປ ຈີນ​ແຕ່​ວັນ​ທີ 17-26 ມິ​ຖຸ​ນານີ້ ຕາມ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໂດຍ​ມີ​ຜູ້​ຕາງ​ໜ້າ​ຂອງ​ເທດ​ສະ​ການ​ຮູບ​ເງົາ 13 ປະ​ເທດ ເປັນ​ຕົ້ນ ເທດ​ສະ​ການ​ຮູບ​ເງົາ​ບອມ​ເບ​ອິນ​ເດຍ, ເທດ​ສະ​ການ​ສາ​ກົນ​ມິ​ສ​ໂຄກ​​ຮົງ​ກາ​ລີ, ເທດ​ສະ​ການ​ຮູບ​ເງົາ​ສາ​ກົນ​ວິວ​ນິວ​ສ໌​ລີ​ຕົວ​ນີ, ເທດ​ສະ​ການ​ຮູບ​ເງົາ​ສາ​ກົນ​ເທ​ຊາ​ໂລ​ນີ​ກີ​ເກ​ຣັກ ແລະ​ອື່ນໆ ພ້ອມ​ດ້ວຍ​ອົງ​ການ​ຈັດ​ຕັ້ງ​ຮູບ​ເງົາ​ເຂົ້າ​ຮ່ວມ. ຂະ​ນະ​ດຽວ​ກັນ ກໍ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຢູ່​ຊຽງ​ໄຮ​ໃນ​ວັນ​ທີ 17 ມິ​ຖຸ​ນານີ້.

    ໃນ​ເທດ​ສະ​ການ​ຮູບ​ເງົາ​ຄັ້ງ​ນີ້ ຈະໄດ້ຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບ​ເທດ​ສະ​ການ​ຮູບ​ເງົາ, ຍຸດ​ທະ​ວິ​ທີ​ການ​​ດຶງ​ດູດ​ຜູ້​ຊົມ ແລະ​ກົນ​ໄກ​ການ​ໂຄ​ສະ​ນາ​​ປະ​ຊາ​ສຳ​ພັນ ໂດຍ​ຜ່ານ​ເວ​ທີ​ປຶກ​ສາ​ຫາ​ລື​ໂຕະ​ມົນ​ວັດ​ທະ​ນະ​ທຳ​ຮູບ​ເງົາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທັງ​ຈະ​ແນະ​ນຳ​ສະ​ພາບ​ຂອງ​ຂະ​ແໜງ​ການ​ຮູບ​ເງົາ​ແລະ​ເອ​ກະ​ລັກ​ວັດ​ທະ​ນະ​ທຳ​ຮູບ​ເງົາ​ຂອງ​ແຕ່​ລະ​ປະ​ເທດຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ