ຈີນ​ມີ​ທ່າ​ກຳ​ປັ່ນ​ໃຫຍ່ 7 ແຫ່ງ​ໃນ​ໂລກ
2017-06-20 11:28:07  cri 

ໃນ​ການ​ຈັດ​ອັນ​ດັບ​ທ່າ​ກຳ​ປັ່ນແຕ່ 1-10 ຂອງ​ໂລກ​ໃນ​ດ້ານ​ປະ​ລິ​ມານ​ການ​ຄ່ຽນ​ຖ່າຍ​ສິນ​ຄ້າ​ແລະ​ຕູ້​ຄອນ​ເທ​ເນີ​ໂດຍ​ຈີນ​ມີທ່າ​ກຳ​ປັ່ນ​ເຖິງ 7 ແຫ່ງ ເຊິ່ງທ່າ​ກຳ​ປັ່ນ​​ເຫຼົ່າ​ນີ້​ໄດ້​ສ້າງ​ພາບ​ພົດ​ຂອງ​ປະ​ເທດ​ເຂັ້ມ​ແຂງ​​ທີ່​ເປັນຊຸ​ມ​ທາງ​ຄົມ​ມະ​ນາ​ຄົມ​ຂອງ​ໂລກ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​​ເສົ​າ​ຄ້ຳ​ທາງ​ຍຸດ​ທະ​ສາດ​ແຫ່ງ​ການ​ພັດ​ທະ​ນາ​ກ້າວ​ກະ​ໂດດ​ຂອງ​ຈີນ. ໄລ​ຍະ 5 ປີ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ​ຈີນ​ໄດ້​ເລັ່ງ​ຍົກຂະ​ໜາດ​ແລະ​ວິ​ຊາ​ການ​​ທ່າ​ກຳ​ປັ່ນໃຫ້​ສູງ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ ແລະ​ມີ​ຄວາມ​ສາ​ມາດ​ຮອງ​ຮັບ​ກຳ​ປັ່ນ​ແລ່ນ​ຜ່ານ​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ ອັນ​ເປັນ​ເສົາ​ຄ້ຳ​ທີ່​ເຂັ້ມ​ແຂງ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິ​ດ​ແຫ່ງ​ຊາດ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ