ຄະ​ນະ​ຜູ້​ແທນ​ນັກ​ຂ່າວ​ໄທ​ຢ້ຽມ​ຢາມCRI
2017-06-20 16:16:06  cri 

ຄະ​ນະ​ຜູ້​ແທນ​ນັກ​ຂ່າວ​ໄທ​ທີ່​ນຳ​ໂດຍ​ທ່ານ​ປ​ຣອຍ ສົມ​ບັດ ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ​ ໄທ​ໄດ້​ຢ້ຽມ​ຢາມ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນຫຼື CRI ໃນ​ວັນ​ທີ 19 ມິ​ຖຸ​ນາ​ນີ້​ໂດຍ​ທ່ານ​ອ່ານ​ສຽວ​ຢູ ຫົວ​ໜ້າ​ສູນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ CRI, ຜູ້​ຕາງ​ໜ້າ​ພະ​ແນກ​ພາ​ສາ​ໄທ​ໄດ້​ລົງ​ເລິກ​ຫາ​ລື​​ບັນ​ຫາ​ຕ່າງໆກັບ​ຄະ​ນະ​ຜູ້​ແທນ​ໄທ​ເປັນ​ຕົ້ນ ສະ​ພາບ​ປັດ​ຈຸ​ບັນ​,ການ​ປ່ຽນ​ແປງ​ຂອງ​ຮູບ​ແບບ​ແລະ​ໂຄງ​ສ້າງ​ການ​​ໂຄ​ສະ​ນາ​ຂອງ​ສື່ມວນ​ຊົນ​ຈີນ-ໄທ​ພ້ອມ​ທ່າ​ອ່ຽງ​ຂະ​ຫຍາຍ​ຕົວ​ໃນ​ຕໍ່​ໜ້າ ແລະ​ບັນ​ຫາ​ອື່ນໆ​ອີກ.

ຫຼັງ​ພົບ​ປະ​ເຈ​ລະ​ຈາ, ຄະ​ນະ​ຜູ້​ແທນ​ໄທ​ຍັງ​ໄດ້​ຢ້ຽມ​ຊົມ​ຫ້ອງວາງ​ສະ​ແດງ​ປະ​ຫວັດ​ສາດCRIແລະ​ພະ​ແນກ​ພາ​ສາ​ໄທ​ອີກ​ດ້ວຍ.

1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ