ຣັດ​ເຊຍ​ຢຸດປະຕິບັດ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈຄວາມ​ປອດ​ໄພ​ທາງ​ການບິນ​ຢູ່​ຊີຣີ
2017-06-20 10:57:43  cri 

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ​​ເປີດ​ເຜີຍ​ໃນ​ວັນ​ທີ 19 ມິຖຸນາ​ນີ້​ວ່າ: ​ເນື່ອງ​ຈາກ​ຍົນ​ຮົບ​ອາ​ເມ​ລິ​ກາ​ໄດ້ຍິງ​ຍົນ​ຮົບ​ຊີຣີຕົກ 1 ລຳ, ປະ​ເທດ​ຕົນຈຶ່ງ​ເລີ່​ມຢຸດ​ການ​ປະຕິບັດ​ບົດ​ບັນທຶກຄວາມ​ເຂົ້າ​ໃຈ​ລະຫວ່າງຣັດ​ເຊຍ-ອາ​ເມ​ລິ​ກາວ່າ​ດ້ວຍ​ຄວາມ​ປອດ​ໄພທາງ​ການບິນ​ຢູ່​ຊີຣີ ເປັນ​ການ​ຊົ່ວ​ຄາວ​ນັບ​ແຕ່​ວັນ​ດັ່ງກ່າວ​ເປັນຕົ້ນ​ໄປ.

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ​ເຫັນ​ວ່າ: ການ​ທີ່ອາ​ເມ​ລິ​ກາ​ໂຈ​ມຕີ​ກອງທັບ​ລັດຖະບານ​ຊີຣີຫຼາຍ​ເທື່ອ ​ໂດຍ​ອ້າງ​ວ່າ "​ປາບ​ປາມ​ລັດທິ​ກໍ່​ການ​ຮ້າຍ" ນັ້ນ ຖື​ວ່າເປັນ​ການ​ລ່ວງ​ລະ​ເມີດ​ອຳນາດ​ອະທິປະ​ໄຕ​ຂອງ​ຊີຣີຢ່າງ​ບັງອາດ ທັງ​​ເປັນ​ການລະ​ເມີດກົດໝາຍ​ສາກົນຕື່ມ​ອີກ. ກ່ອນ​ຈະ​ຍິງຍົນ​ຮົບ​ຊີຣີ​ຕົກ​ນັ້ນ, ອາ​ເມ​ລິ​ກາ​ກໍ​ບໍ່​ໄດ້​ພົວພັນ​ກັບຣັດ​ເຊຍ​ດ້ວຍ​ການ​ຫາລືກັນ​ເພື່ອປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດການ​ທາງ​ອາກາດ. ຈາກ​ນັ້ນ, ຣັດ​ເຊຍ​ຈຶ່ງຮຽກຮ້ອງ​ໃຫ້​ກອງ​ບັນຊາ​ການ​ອາ​ເມ​ລິ​ກາ​ສືບສວນ​ເຫດການ​ດັ່ງກ່າວ​ຢ່າງ​​ເລິກ​ເຊິ່ງ ທັງ​ແຈ້ງ​ຜົນ​ການ​ສືບສວນໃຫ້ຣັດ​ເຊຍ​ຊາບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ