ເກີດ​ເຫດ​ລະ​ເບີດ​ຢູ່​ພາກ​ໃຕ້​​ໄທ​ ທະ​ຫານເສ​ຍ​ຊີ​ວິດ 6 ຄົນ
2017-06-20 10:03:15  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ​ສື່ມວນ​ຊົນ​ໄທ​ແຈ້ງວ່າ, ​​ແຂວງ​ປັດ​ຕາ​ນີ ພາກ​ໃຕ້​ປະ​ເທດ​ໄທໄດ້​ເກີດ​ເຫດ​ລະ​ເບີດ​ທີ່​ເປົ້າ​ໝາຍ​ເລັ່ງ​ໃສ່ເຈົ້າ​ໜ້າ​ທີ່​ທະ​ຫານ​ໃນ​ເວ​ລາ 19 ໂມງ​ຕາມ​ເວ​ລາ​ທ້ອງ​ຖິ່ນ ແລະ​ຈາກ​ເຫດ​ດັ່ງ​ກ່າວ​ໄດ້ເຮັດ​ໃຫ້​ທະ​ຫານ 6 ຄົນ​ເສຍ​ຊີ​ວິດ ແລະ 3 ຄົນ​ບາດ​ເຈັບ.

ໂທ​ລະ​ພາບ​ຊ່ອງ 3 ໄທ​ລາຍ​ງານ​ຂ່າວ​ວ່າ, ເຫດ​ລ​ະ​ເບີດ​ໄດ້​ເກີດ​ຂຶ້ນ​ໃນ​ເວ​ລາ 11 ໂມງ 45 ນາ​ທີ ​ໃນ​ຂະ​ນະ​ທີ່​ທະ​ຫານຫຼາຍ​ຄົນ​ໄດ້​ຂີ່​ລົດ​ກະ​ບະ​​ອອກລາດ​ຕະ​ເວນ ແລ້ວ​ຖືກ​ລະ​ເບີດ​ທີ່​ຝັງ​ໄວ້​ໃ​ນ​ດິນ, ສົ່ງ​ຜົນເຮັດ​ໃຫ້​ທະ​ຫານ 6 ຄົນ​ເສຍ​ຊີ​ວິດ, 3 ຄົນ​ບາດ​ເຈັບ ແລະ​ລົດ​​ຖືກ​ທຳ​ລາຍ. ​ຂະ​ນະ​ນີ້​ຍັງ​ບໍ່​ຮູ້​​ວ່າ​ໃຜ​ເປັນ​ຜູ້​ກໍ່​ເຫດ ແລະ​ເຈົ້າ​ໜ້າ​ທີ່​ທະ​ຫານ​ໄດ້​​ປິດ​​ກັ້ນ​ຈຸດ​ເກີດ​ເຫດ​ລວມ​ທັງ​ດຳ​ເນີນ​ການ​ສືບ​ສວນ​ສອບ​ສວນ.

ປັດ​ຕ​ງາ​ນີ, ນະ​ລາ​ທິ​ວາດ ແລະ​ຍະ​ລາ​ເປັນ​ສາມ​​ແຂວງ​ໃຕ້​ສຸດ​ຂອງ​ໄທ ໂດຍນັບ​ແຕ່​ປີ 2004 ເປັນ​ຕົ້ນ​ມາ, ​ກຸ່ມ​ແບ່ງ​ແຍກ​ໃນ​ສາມ​ແຂວງ​ດັ່ງ​ກ່າວໄດ້​ກໍ່​ເຫດ​ຢ່າງ​ຕໍ່​ເນື່ອງ ເຊິ່ງ​ເຮັດ​ໃຫ້ຢ່າງ​ໜ້ອຍ​ມີ​ຜູ້​ເສຍ​ຊີ​ວິດ 6800 ຄົນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ