ຊຸບ​ເປີ​ຄອມ​ພິວ​ເຕີ​ຈີນ​ຄອງ​ແຊ໊ມ​ອີກ​ເທື່ອ​ໜຶ່ງ
2017-06-20 16:02:11  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 19 ມິ​ຖຸ​ນານີ້ ໄດ້​ມີ​ການເປີດ​ເຜີຍ​ການ​ຈັດ​ອັນ​ດັບ​ຊຸບ​ເປີ​ຄອມ​ພິ​ວ​ເຕີທີ່​​ທົນ​ທານ 500 ເຄື່ອງ​ໃນ​ໂລກ​ສະ​ບັບ​ໃໝ່ ​ໂດຍ​ລະ​ບຸວ່າ, ຊຸບ​ເປີ​ຄອມ​ພິວ​ເຕີ​ຈີນ​ສອງ​ເຄື່ອງ ຄື: "ເຊີນ​ເວີ່ຍ: ແສງ​ທ້າຍ​ຮູ" ແລະ "ທ່ຽນ​ເຮີ 2" ສືບ​ຕໍ່​ຄອງ​ອັນ​ດັບ​ໜຶ່ງ​ແລະ​ສອງ​ເປັນ​ຄັ້ງ​ທີ 3, ຂະ​ນະ​ທີ່ "ພິ​ສດາຍ​ແອນ" ຂອງ​ສະ​ວິ​ສ​ເປັນ​ອັນ​ດັບ​ສາມ ແຊງ "ທາຍ​ທັນ" ຂອງ​ອາ​ເມ​ລິ​ກາ​ໃຫ້ຫຼົ່ນ​ລ້າ​ມາ​ຢູ່​ອັນ​ດັບ​ທີ​ສີ່ ແລະ​ຈາກ​ຜົນ​ການ​ຈັດ​ອັນ​ດັບ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້ຊຸບ​ເປີ​ຄອມ​ພິວ​ເຕີ​ອາ​ເມ​ລິ​ກາ​ບໍ່ຕິດສາມ​ອັນ​ດັບ​ທຳ​ອິດ​ໃນ​ຮອບ 20 ປີ​​ເປັນ​ຄັ້ງ​ທຳ​ອິດ.

    ການ​ຈັດ​ອັນ​ດັບ​ຊຸບ​ເປີ​ຄອມ​ພິວ​ເຕີ​ທີ່​ທົນ​ທານ 500 ເຄື່ອງ​ໃນ​ໂລກ​ຈະ​ເປີດ​ເຜີຍ​​ປີລະ 2 ​ເທື່ອ​ ແລະກ່ອນ​ໜ້າ​ນີ້​ໜຶ່ງ​ປີ, "ເຊີນ​ເວີ່ຍ: ແສງທ້າຍ​ຮູ" ຂອງ​ຈີນ​ໄດ້​ແຊ໊ມ​ເປັນຄັ້ງ​ທຳ​ອິດ ແລະ​ຖືກ​ຜູ້​ຮຽບ​ຮຽງ​ການ​ຈັດ​ອັນ​ດັບ​ດັ່ງ​ກ່າວ​ປຽບ​ດັ່ງເປັນ "ເຄື່ອງ​ຄິດ​ໄລ່​​ເລກ​ທີ່ທົນ​ທານ​ທີ່​ສຸດ​ໃນ​ໂລກນີ້​​ຢ່າງ​ບໍ່​ຕ້ອ​ງ​ສົງ​ໄສ" ເຊິ່ງ​​ຊິ້ນ​ສ່ວນ​​ຕົ້ນ​ຕໍ​ລ້ວນ​ແຕ່​ຜະ​ລິດ​ໂດຍ​ຈີນ 100%.

     ແນວ​ໃດ​ກໍ​ດີ, ໃນ​ຊຸບ​ເປີ​ຄອມ​ພິວ​ເຕີ​ທີ່ທົນ​ທານ 500 ເຄື່ອງ​​ນີ້, ​ອາ​ເມ​ລິ​ກາ​ຍັງ​ຄອງ​ປະ​ລິ​ມານຫຼາຍ​ທີ່​ສຸດ ຄື​ມີ 169 ເຄື່ອງ, ຂະ​ນະ​ທີ່​ຈີນ​ເປັນ​ທີ​ສອງ ມີ 159 ເຄື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ