ຈີນ​ເປີດ​ເຜີຍຫຼັກ​ຄຶດ​ການ​ຮ່ວມ​ມື​ທາງ​ທະ​ເລ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-06-20 16:06:14  cri 
    ກ່ອນ​ໜ້ານີ້​ບໍ່​ດົນ, ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ ແລະ​ອົງ​ການ​ທະ​ເລ​ແຫ່ງ​ຊາດ​ຈີນ ໄດ້​ຮ່ວມ​ກັນ​ເປີດ​ເຜີຍຫຼັກ​ຄຶດ​ການ​ຮ່ວມ​ມື​ທາງ​ທະ​ເລ​ກ່ຽວ​ກັບ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເຊິ່ງ​ນັບ​ວ່າ​ເປັນ​​ຜົນ​ງານ​ໜຶ່ງ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່​ເສັ້ນ​ທາງ".

    ຫຼັກ​ຄຶດ​ດັ່ງ​ກ່າວ​ລະ​ບຸ​ວ່າ, ຕົ້ນ​ຕໍ​ຈະ​ສ້າງ​ສາມ​ແລວ​ທາງ​ເສດ​ຖະ​ກິດ​ສີ​ຟ້າ​ຄື: ແລວ​ທາງ​ເສດ​ຖະ​ກິດ​ສີ​ຟ້າ​ຈີນ-ມະ​ຫາ​ສະ​ໝຸດ​ອິນ​ເດຍ-ທະ​ວີບ​ອາ​ຟ​ຣິ​ກາ-ທະ​ເລ​ເມ​ດີ​ເຕ​ລາ​ເນ​ ​ ໂດຍ​ຖື​ອົາແລວ​ທາງ​ເສດ​ຖະ​ກິດ​ແຄມ​ທະ​ເລ​ຈີນ​ເປັນ​​ເສົາ​ຄ້ຳ​, ເຊື່ອມ​ຕໍ່​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ແຫຼມ​ອິນ​ດູ​ຈີນ, ຜ່ານ​ທະ​ເລ​ຈີ​ນ​ໃຕ້​ໄປ​ສູ່​ມະ​ຫາ​ສະ​ໝຸດ​ອິນ​ເດຍ, ເຊື່ອມ​ຕໍ່​ແລວ​ທາງເສດ​ຖະ​ກິດ​ຈີນ-ປາ​ກິ​ສ​ະ​ຖານ​ແລະ​ບັງ​ກາ​ລະ​ເດັດ-ຈີນ-ອິນ​ເດຍ-ມຽນ​ມາ; ແລວ​ທາງ​ເສດ​ຖະ​ກິດ​ສີ​ຟ້າຈີນ-ທະ​ວີບ​ໂອ​ຊີ​ອາ​ນີ-ມະ​ຫາ​ສະ​ໝຸດ​ປາ​ຊິ​ຟິກ​ໃຕ້​ໂດຍ​ຜ່ານ​ທະ​ເລ​ຈີນ​ໃຕ້​ເຂົ້າ​ສູ່​ມະ​ຫາ​ສະ​ໝຸດ​ປາ​ຊິ​ຟິກ ແລະ ແລວ​ທາງ​ເສດ​ຖະ​ກິດ​ສີ​ຟ້າ​ເຊື່ອມ​ຕໍ່​ເອີ​ຣົບ​ໂດຍ​ຜ່ານ​ມະ​ຫາ​ສະ​ໝຸດ​ອາກ​ຕິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ