ຟີ​ລິບ​ປີນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ກໍ່​ສ້າງ "ໜຶ່ງ​ແລ​ວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-06-21 16:24:00  cri 
ກະ​ຊວງ​ການ​ເງິນ​ຟີ​ລິບ​ປີນ​ອອ​ກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 20 ມິ​ຖຸ​ນາ​ນີ້​ວ່າ, ພາຍ​ຫຼັງ​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລ້ວ, ປະ​ເທດ​ຕົນ​ຈະ​ໄດ້​ຮັບ​ຜົນ​ປ​ະ​ໂຫຍດ​​ຈາກ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ການ​ເປີດກວ້າງ​ຕະ​ຫຼາດ​ການ​ຄ້າ.

ຖະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ອ້າງ​ຕາມ​ການ​ເປີດ​ເຜີຍ​ຂອງ​ທ່ານ​ຄາ​ລົ​ສ ໂຕ​ມິນ​ກຸ​ສ ລັດ​ຖະ​ມົນ​ຕີ​ການ​ເງິນ​ຟີ​ລິບ​ປີນ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທີ່​ຈີນ​ສະ​ເໜີ​ນັ້ນ, ໂດຍ​ສະ​ເພາະ​​ເນື້ອ​ໃນ "ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ສະ​ຕະ​ວັດ​ທີ 21", ສາ​ມາດ​ເຊື່ອມ​ຈອດ​​ກັບ​ແຜນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂະ​ໜາດ​ໃຫຍ່​ຂອງ​ປະ​ເທດ​ຕົນ, ຂະ​ນະ​ດຽວ​ກັນກໍ​ສາ​ມາດ​ຊ່ວຍ​ກະ​ຈາຍ​ຜະ​ລິດ​ຕະ​ພັນ​ຂອງ​ປະ​ເທດ​ຕົນ​​ອອກ​ສູ່ຕະ​ຫຼາດ​ໃຫຍ່​ຢູ່​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ​ທັງ​ສາ​ມາດຍົກ​ຂີດ​ຄວາມ​ສາມ​າດ​ການ​ແຂ່ງ​ຂັນໃນ​ທົ່ວ​ໂລກ​ໃຫ້​ສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ