ປະ​ຊາ​ຊົນ ສ.ເກົາ​ຫຼີ ​ທີ່ຂາດ​ການ​ຕິດ​ຕໍ່​​ກັບ​ພາຍນອກ​ຂະ​ນະ​ປີນ​ພູ​ໄດ້​ຮັບ​ການຊ່ວຍ​ເຫຼືອ​ແລ້ວ
2017-06-22 16:00:42  cri 
ຕາມ​ຂ່າວ​ສານ​ໂຢນ​ຮັບ​ຂອງ ສ.ເກົາ​ຫຼີ ລາຍ​ງານ​ວ່າ: ວັນ​ທີ 21 ມິ​ຖຸ​ນາ​ນີ້, ສະ​ຖານ​ທູດ ສ.ເກົາ​ຫຼີ ປະ​ຈຳຟີ​ລິບ​ປິນ​ໄດ້​ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 9 ມິ​ຖຸ​ນາ​ນີ້, ​ທ້າວ​ໂຊຍ ປະ​ຊ​າ​ຊົນ ສ.ເກົາ​ຫຼີ ທີ່​ຂາດ​ການ​ຕິ​ດ​ຕໍ່ກັບ​ພາຍນອກ​ຂະ​ນະ​ທີ່​ປີນ​ຟູ​ຢູ່​ເຂດ​ບາ​ລິກ​ໃກ້​ບາ​ກຸ້ຍ​ໂອປະ​ເທດຟີ​ລິບ​ປິນໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ແລ້ວ​ໃນ​ວັນ​ທີ 20 ​ເດືອນ​ນີ້, ຂະ​ນະ​ທີ່​ສຸ​ຂະ​ພາບ​ຂອງ​ລາວ​ກໍ​ກັບ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ​ແລ້ວ.

ວັນ​ທີ 9 ມິ​ຖຸ​ນາ​ນີ້, ທ້າວ​ໂຊຍ ໄດ້​ຫຼົງ​ທາງ​ຂະ​ນະ​ທີ່​ປີນ​ພູ ແລະ​ຮອດ​ວັນ​ທີ 13 ມິ​ຖຸ​ນາ​ນີ້​ຈຶ່ງ​ສາ​ມາດ​ຕິ​ດ​ຕໍ່​ກັບສະ​ມາ​ຄົມ​ຄົນ​ເກົາ​ຫຼີ​ຂອງ​ Angeles city ​ປະ​ເທດ​ຟີ​ລິບ​ປິນ​ໄດ້, ​ສະ​ມາ​ຄົມ​ດັ່ງ​ກ່າວ​ໄດ້​ລາຍ​ງານ​ສະ​ພາບ​ຂອງ​ລາວຕໍ່​ສະ​ຖານ​ທູດ ສ.ເກົາ​ຫຼີ ປະ​ຈຳ​ຟີ​ລິ​ບິນ ແລະ​ໄດ້​​ຂໍ​ການ​ຊ່ວຍ​ເຫຼືອ​ຈາກລັດ​ຖະ​ບານ​ຟີ​ລິບ​ປິນ. ຫຼັງ​ຈາກ​ນັ້ນ, ຟີ​ລິບ​ປິນກໍ​ໄດ້​​ຄົ້ນ​ຫາ​ຢູ່​ເຂດ​ພູ​ດັ່ງ​ກ່າວ.

ທ້າວ​ໂຊຍ​ກ່າວ​ຫຼັງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃນ​ວັນ​ທີ 20 ມິ​ຖຸ​ນາ​ນີ້​ວ່າ: ຕົນ​ຮູ້​ສຶກ​ເມື່ອຍ​ຫຼາຍ ບໍ່​ສາ​ມາດ​ກິນ​ເຂົ້າ​ແລະ​ເວົ້າ​ບໍ່​ໄດ້​ພໍ​ຄຳ, ແຕ່​ສຸ​ຂະ​ພາບ​ບໍ່​ມີ​ບັນ​ຫາ. ຂ​ະ​ນະ​ທີ່​ຄອບ​ຄົວ​ຂອງ​ລາວ​ຕ່າງ​ກໍ​ຮ້ອງ​ໄຫ້​ຂະ​ນະ​ທີ່​ເຫັນ​ລາວ​ຖືກ​ນຳ​ລົງ​ມາ​ຈາກ​ພູ​ແລະ​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ເຈົ້າ​ໜ້າ​ທີ່​ກູ້​ໄພ​ເທື່ອ​ແລ້ວ​ເທື່ອ​ອີກ, ທັງ​ກ່າວ​ວ່າ​ການ​ທີ່​ລາວ​ສາ​ມາດ​ລອດ​ຊີ​ວິດ​ໄດ້​ມັນ​ຊ່າງ​ເປັນ​ເລື່ອງ​ອັດ​ສະ​ຈັນ​ແທ້ໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ