IS ໄດ້​ລະ​ເບີດ​​ສຸເຫຼົ່າ​ອານ-ນູ​ຣີຢູ່​ເມືອງ​ໂມ​ຊຸນ
2017-06-22 10:00:08  cri 
ກອງ​ບັນ​ຊາ​ການ​ກຳ​ລັງ​ປະ​ສົມ​ອີ​ຣັກ​ຖະ​ແຫຼງໃນ​ວັນ​ທີ 21 ມິ​ຖຸ​ນາ​ນີ້​ວ່າ, ກອງ​ທະ​ຫານ​ຕ້ານ​ການ​ກໍ່​ການ​ຮ້າຍ​ໄດ້​ສືບ​ຕໍ່​ບຸກ​ເຂົ້າ​ເຂດ​ເມືອງ​ເກົ່າ​ໂມ​ຊຸນ​ໃນວັນ​ທີ 21 ມິ​ຖຸ​ນາ ແລະຂະ​ນະ​ທີ່​ໄປ​ເຖິງ​ຈຸດ​ທີ່​ຫ່າງ​​ຈາກ​ສຸ​ເຫຼົ່າອານ-ນູ​ຣີ​ປະ​ມານ 50 ແມັດ, ກຸ່ມ​ກໍ່​ການ​ຮ້າຍ IS ໄດ້​ລະ​ເບີດ​ສຸເຫຼົ່າແລະ​ທາດ​ມີ​ນາ​ເຣດ​ທີ່​ມີ​ປະ​ຫວັດ​ຍາວ​ນານ.

ສຸ​ເຫຼົ່າ​ອານ-ນູ​ຣີ​ສ້າງ​ຂຶ້ນ​​ເມື່ອ​ປີ ຄ.ສ.1172 ແລະ​ໃນ​ປະ​ຫວັດ​ສາດ​ເຄີຍຖືກ​ທຳ​ລາຍ​ມາຫຼາຍ​ເທື່ອ ແຕ່​ທາດ​ມີ​ນາ​ເຣດ​ຂອງ​ສຸ​ເລົ່າ​ດັ່ງ​ກ່າວ​​ຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຈົນ​ເຖິງ​ປັດ​ຈຸ​ບັນ.

ສຸເຫຼົ່າ​ອານ-ນູ​ຣີ​ເປັນ​ສັນ​ຍະ​ລັກ​ຂອງ​ເມືອງ​ໂມ​ຊຸນ ແລະ​​ເມື່ອ​ປີ 2014 ບາກ​ດາ​ດີ​ໄດ້​ປະ​ກາດ​ສ້າງ​ຕັ້ງ IS ຢູ່​ສຸເຫຼົ່າ​ແຫ່ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ