ຈີນ-ອາ​ຊຽນ​ຫາ​ລືການ​ຮ່ວມ​ມື​​ດ້ານ​ຂະ​ແໜງ​ການ
2017-06-23 09:55:15  cri 
ຕາມ​ຂ່າວCRI: ​ການ​ຫາ​ລືການ​ຮ່ວມ​ມື​​ດ້ານ​ຂະ​ແໜງ​ການຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່ນ​ະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 22 ມິ​ຖຸ​ນາ​ນີ້ ໂດຍ​ນັ້ນ​ຜັນ​ຂະ​ຫຍາຍເນື້ອ​ໃນ "ຖະ​ແຫຼງ​ການ​ຮ່ວມ​ວ່າ​ດ້ວຍ​ການ​ຮ່ວມ​ມື​​ດ້ານ​ຂະ​ແໜງ​ການ​ຈີນ-ອາ​ຊຽນ" ທີ່​​ຜ່ານ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ຈີນ-ອາ​ຊຽນ​ເມື່ອ​ເດືອນ​ກັນ​ຍາ​ປີ​ຜ່ານ​ມາ ທັງໄດ້​ວິ​ເຄາະຂົງ​ເຂດ​ບູ​ລິ​ມະ​ສິດ​​ການ​ຮ່ວມ​ມື, ການ​ເຕົ້າ​ໂຮມ​ຄວາມ​ມຸ່ງ​ຫວັງແລະ​ຈຸດ​ສົນ​ໃຈ​ຂອງ​ບັນ​ດາ​ຝ່າຍ​ ແລະ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ຄວາມ​ຄືບ​ໜ້າ​ໃໝ່​ໃນການ​ຮ່ວມ​ມື​​ດ້ານຂະ​ແໜງ​ການ​ລະ​ຫວ່າງ​ຈີນ-ອາ​ຊຽນ​​ຕໍ່​ການ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ.

ຜູ້​​ເຂົ້າຮ່ວມ​ກອງ​ປະ​ຊຸມ​ເຫັນ​ວ່າ, ​ການ​ເພີ່ມ​ທະ​ວີ​ກົນ​ໄກ​ຮ່ວມ​ມື​ດ້ານ​ຂະ​ແໜງ​ການ​ແບບ​​ສັງລວມ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ ໃນ​​ຂັ້ນ​ຕອນການ​​ປະ​ຕິ​ບັດ​ການ​ຮ່ວມ​ມື​ດ້ານ​ນີ້ ເຊິ່ງການ​ສ້າງ​ກົນ​ໄກ​ຮ່ວມ​ມື​ມີ​ຜົນ​ດີ​​ຕໍ່ສອງ​ຝ່າຍ​ໃນ​ການເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ວາງ​ແຜນ​ແລະ​​ນະ​ໂຍ​ບາຍ​ດ້ານ​ຂະ​ແໜງ​ການ ແລະ​ຊອກ​ຫາ​ຈຸ​ດ​ສູ້​ຊົນ​ການ​ຮ່ວມ​ມື​ທີ່​ເໝາະ​ສົມ, ຊຸກ​ຍູ້​ການ​ສັບ​ຊ້ອນ​ແລະ​ຍົກ​ລະ​ດັບ​ຂະ​ແໜງ​ການ​, ປັບ​ປຸງ​ໂຄງ​ປະ​ກອບ​ການ​ຄ້າ​ ໃຫ້​ດີ​ຂຶ້ນ, ຊຸກ​ຍູ້​ການ​ລົງ​ທຶນ​ຕໍ່​ກັນ ແລະ​ຊ່ວຍ​ວິ​ສາ​ຫະ​ກິດ​ໃນ​ຂົງ​ເຂດ​ສຳ​ຄັນ​ຂອງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໂດຍ​ສະ​ເພາະ​ແມ່ນ​ການ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ