ການ​ສູ້​ຮົບ​ເພື່ອ​ຍາດເມືອງ​ໂມ​ຊູ​ຄືນດຳ​ເນີນໄປ​ຢ່າງສະ​ດວກ ມີ​ຊາວ​ອົບ​ພະ​ຍົບ​ເປັນ​ລ້ານ​ຄົນ​ຕ້ອງ​ການ​ຄວາມຊ່ວຍ​ເຫຼືອ
2017-06-24 17:16:47  cri 

ຕາມ​ຂ່າວCRI:ວັນ​ທີ 23 ມິ​ຖຸ​ນາ​ນີ້, ການ​ສູ້​ຮົບ​ເພື່ອ​ຍາດເມືອງ​ໂມ​ຊູເກົ່າ​ຄືນ​ຂອງກອງທະ​ຫານລັດ​ຖະ​ບານ​ອີ​ຣັກໄດ້​ດຳ​ເນີນໄປ​ຢ່າງ​ຕໍ່​ເນື່ອງ. ຜ່ານ​ການ​ສູ້​ຮົບ​ຢ່າງ​ດຸ​ເດືອດ​ເປັນ​ເວ​ລາ 1 ອາ​ທິດ, ທະ​ຫານ​ລັດ​ຖະ​ບານ​ໄດ້​ຄວບ​ຄຸມ​ 60 ເປີ​ເຊີນຂຶ້ນ​ໄປ​ຂອງເຂດເມືອງ​ເກົ່າ. ຄຽງ​ຄູ່​ກັບ​ບັ້ນ​ຮົບ​ໃໝ່​ຈະ​ດຳ​ເນີນ​ຕໍ່​ໄປ, ປະ​ຊາ​ຊົນ​ທີ່​ຖືກ​ສະ​ກັດ​ກັ້ນ​ຢ່າງ​ຫຼວງ​ຫຼາຍ​ໄດ້​ຖອນ​ອອກ​ຕາມ​ລຳ​ດັບ. ພາກ​ສ່ວນ​ການ​ຊ່ວຍ​ເຫຼືອ​ຂອງ​ອີ​ຣັກ​ກ່າວ​ວ່າ, ເສິກ​ການ​ເມືອງ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ເປັນ​ລ້ານ​ຄົນຍົກ​ຍ້າຍ​ອອກ​ຈາກ​ບ້ານ​ເກີດ​ເມືອງນອນ.


ວັນ​ທີ 22 ມິ​ຖຸ​ນາ​ນີ້, ​ຮອງລັດ​ຖະ​ມົນ​ຕີ​​ກະ​ຊວງ​ຊາວ​ອົບ​ພະ​ຍົບ​ແລະ​ຊາວຍົກ​ຍ້າຍ​ອີ​ຣັກ​ກ່າວ​ຕໍ່​ນັກ​ຂ່າວ​ວ່າ, ນັບ​ແຕ່ການ​ສູ້​ຮົບ​ເພື່ອ​ຍາດເມືອງ​ໂມ​ຊູ​ຄືນໄດ້​ເລີ່ມດຳ​ເນີນ​ໃນ ເດືອນຕຸ​ລາ​ປີ​ຜ່ານ​ມາ​ເປັນ​ຕົ້ນ​ມາ, ລວມ​ມີ​ປະ​ຊາ​ຊົນ 9 ແສນ 6 ໝື່ນ​ຄົນ​ຍົກ​ຍ້າຍ​ອອກ​ຈາກ​ບ້ານ​ເກີດ​ເມືອງນອນ, ​ໃນ​ນັ້ນ​ມີ 7 ແສນ 1 ໝື່ນ​ຄົນ​ມາ​ຈາກ​ເຂດ​ຕາ​ເວັນ​ຕົກ​ຂອງ​ເມືອງ​ໂມ​ຊູນ.ຄາດ​ວ່າ​ຄຽງ​ຄູ່​ກັບ​ສົງ​ຄາມ​ທີ່​ກໍ່​ຂຶ້ນ​ຢູ່​ເຂດ​ເມືອງ​ເກົ່າ​ຈະ​ດຳ​ເນີນ​ຢ່າງ​ຕໍ່​ເນື່ອງ, ຍັງ​ຈະ​ມີ​ປະ​ຊາ​ຊົນ​ຢ່າງ​ຫຼວງ​ຫຼາຍ​ຖອນ​ອອກ​ໄປ. ທ່າ​ນ​ຮຽກ​ຮ້ອງ​ໃຫ້​ອົງ​ການ​ສາ​ກົນ​ດຳ​ເນີນ​ການ​ຮ່ວມ​ມື​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ, ແລະ​ຮຽກ​ຮ້ອງ​ໃຫ້​ອົງ​ກອນ​ລັດ​ຖຸ​ບານ​ທີ່​ກ່ຽວ​ຂ້ອງ​ຂອງ​ອີ​ຣັກ​ຟື້ນ​ຟູ​ການ​ບໍ​ລິ​ການ​ຂອງ​ລັດ​ຖະ​ບານ​ຢູ່​ເຂດ​ຖະ​ໜົນ​ທີ່​ໄດ້​ຮັບ​ການ​ເກັບ​ຄືນ​ຂອງ​ເຂດ​ເມືອງ​ພາກ​ຕາ​ເວັນ​ຕົກ, ສ້າງ​ເງື່ອນ​ໄຂ​ໃຫ້​ປະ​ຊາ​ຊົນ​ເພື່ອ​ກັບ​ຄື​ນ​ສູ່​ບ້ານ​ເກີດ​ເມືອງນອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ