ເວ​ທີ​ປຶກ​ສາ​ຫາ​ລືທິດ​ທາງ​ຮ່ວມ​ມື​ທາງ​ຮູບ​ເງົາ​ຂອງ​ປ​ະ​ເທດບ​ຣິກ​ສ໌​ຈັດ​ຂຶ້ນ
2017-06-25 17:18:27  cri 

ຕອນ​ບ່າຍ​ວັນ​ທີ 24 ມິ​ຖຸ​ນາ​ນີ້, ເວ​ທີ​ປຶກ​ສາ​ຫາ​ລື​ທິດ​ທາງ​ຮ່ວມ​ມື​ທາງ​ຮູບ​ເງົາ​ຂອງ​ປະ​ເທດ​ບ​ຣິກ​ສ໌​ໃນ​ໂອ​ກາດ​ບຸນ​ຮູບ​ເງົ​ປະ​ເທດບ​ຣິກ​ສ໌​ເສິງ​ຕູ່​ຈີນ 2017 ຈັດ​ຂຶ້ນ​ຢູ່​ເມືອງ​ເສິງ​ຕູ່ ແຂວງ​ເ​ສ​ສວນ​ຈີນ​ໂດຍ​ມີ​ບຸກ​ຄົນ​ໃນວົງ​ການ​ຮູບ​ເງົາ​ຂອງ 5 ປະ​ເທດ​ເຂົ້າ​ຮ່ວມ, ຄົ້ນ​ຄວ້າ​ຫາ​ລື​ທິດ​ທາງ​ຮ່ວມ​ມື​​ໃນ​ຕໍ່​ໜ້າ​.

ໃນ​ເວ​ທີ​ປຶກ​ສາ​ຫາ​ລື, ທ່ານ​ຈ່າງ​ພີ່​ມິນ ຮອງ​ຫົວ​ໜ້າ​ສະ​ຫະ​ພັນ​ອົງ​ການ​ຈັດ​​ຕັ້ງ​ສັງ​ຄົມ​ວິ​ທະ​ຍຸ​ຮູບ​ເງົາ​ໂທ​ລະ​ພາບ​ຈີນ​ກ່າ​ວວ່າ, ໃນ​ບໍ່​ເທົ່າ​ໃດ​ປີ​ຜ່ານ​ມາ​ນີ້, ຮູບ​ເງົາ​ຈີນ​ມີທ່ວງ​ທ່າ​ພັດ​ທະ​ນາ​ກ້າວ​ໜ້າໄປ​ດ້ວຍ​ດີ​ເຊິ່ງ​ທົ່ວ​ໂລກ​ຕ່າງ​ກໍ​ຈັບ​ຕາ. ​ທັງນີ້​ບໍ່​ພຽງ​ແຕ່​ຍ້ອນ​ຄວາມ​ພະ​ຍາ​ຍາມ​ຂອງ​ບຸກ​ຄົນ​ໃນ​ວົງ​ການ​ຮູບ​ເງົາ​​ຈີນນ, ຫາກ​ຍັງ​ໄດ້​ຮັບການ​ຊ່ອຍ​ເຫຼືອ​ຈາກ​ເພື່ອນ​ມິດ​ຕ່າງ​ປະ​ເທດ​ຕື່ມ​ອີກ. ​ໃນ​ໂອ​ກາດ​ທີ່ກ​ຄົນ​​ໃນ​ວົງ​ການຮູບ​ເງົາ​ທີ່ດີ​ເດັ່ນ​ຂອງ​ບັນ​ດາ​ປະ​ເທດ​​ເຂົ້າ​ຮ່ວມ​ກໍ​ຫວັງ​ວ່າ​ຈະ​ຝັນ​ການເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ບົດ​ຮຽນ​ຂອງ 5 ປະ​ເທດບ​ຣິກ​ສ໌, ​ເພື່ອພັດ​ທະ​ນາ​ຮ່ວມ​ກັນ​ແລະກ້າວ​ສູ່​ການ​ໄດ້​ຮັບ​ຜົນ​ງານ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນຢ່າງ​ໃຫຍ່​ຫຼວງ. ​ຈາກ​ນີ້​ຂໍ​ເຊີນ​ບຸກ​ຄົນ​ຮູບ​ເງົາ​ຈີນ​ແລະ​ຕ່າງ​ປະ​ເທດ​ຮ່ວມ​ມື​ກັນ​ຢ່າງ​ເຕັມກຳ​ລັງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ຫຼາກ​ຫຼາຍ​ຂອງວັດ​ທະ​ນະ​ທຳ​ຮູບ​ເງົາ​ໂລກ.

ນອກ​ນີ້, ຜູ້ກຳ​ກັບ​ແລະ​ຜູ້​ອຳ​ນວຍ​ການ​ສ້າງ​​ຮູບ​ເງົາຂອງ 5 ປະ​ເທ​ດບ​ຣິກ​ສ໌​ໄດ້​ອະ​ທິ​ບາຍ​ເນື້ອ​ໃນ​ຮູບ​ເງົາ​ເລື່ອງ" ເວ​ລາ​ເສຍ​ໄປ​ໃສ​ແລ້ວ" ເຊິ່ງ​ເປັນ​ຮູບ​ເງົາ​ເລື່ອງ​ທຳ​ອິດ​ທີ່ 5 ປະ​ເທດ​ຖ່າຍ​ທຳ​ຮ່ວມກັນ, ແລະ​ໄດ້​ປຶກ​ສາ​ຫາ​ລື​ການ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ຕົນ​​ທີ່ປະ​ສົມ​ປະ​ສານ​ກັບ​ວັດ​ທະ​ນະ​ທຳ​ຕ່າງ​ປະ​ເທດ, ຮ່ວມ​ຊັບ​ພະ​ຍາ​ກອນ​ທີ່​​ເປັນທ່າ​ແຮງ​ເພື່ອຊຸກ​ຍູ້​ການ​ພັດ​ທະ​ນາ​ປະ​ດິດສ້າງ​ໃໝ່​ຂອງ​ຊາວ​ໜຸ່ມ​ໃນ​ການ​ຮ່ວມ​ມື, ແລະ​​ໄດ້ວາງ​ແຜນ​ຮ່ວມ​ມື້​ຖ່າຍ​ທຳ​ຮູບ​ເງົາ​ແຕ່ປີ 2017 – 2021​ ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ