ເປີດ​ເສັ້ນ​ທາງ​ການ​ບິນໂດຍ​ກົງ​ຟູ​ໂຈ່ວ​-ກົວ​ລາ​ລຳ​ເປີ​
2017-06-27 18:03:31  cri 
ຕອນ​ບ່າຍ​ວັນ​ທີ 26 ມິ​ຖຸ​ນາ​ນີ້, ຖ້ຽວ​ບິນ​ໂດຍ​ກົງ​​ຈາກເມືອງ​ຟູ​ໂຈ່ວ​ແຂວງ​ຟູ​ຈ້ຽນ​ຂອງ​ຈີນ-ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ຂອງ​ມາ​ເລ​ເຊຍ​ໂດຍ​ບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍ​ນັ້ນ​ໄດ້​ເລີ່ມ​ບິນ​ຂຶ້ນ​ຈາກ​ສະ​ໜາມ​ບິນ​ສາ​ກົນ​ຊາງ​ເລີ້​ຟູ​ໂຈ່ວ​ຂອງ​ຈີນ​​ເປັນຄັ້​ງ​ທຳ​ອິດ. ​ແລະ​ມີ​ທຸກວັນ​ຈັນ,ວັນ​ພຸດ​ແລະ​ວັນ​ສຸກ​​ໃນ​ແຕ່​ລະ​ອາ​ທິດ.
ບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍແມ່ນ​ບໍ​ລິ​ສັດ​ການ​ບິນ​ຕ່າງ​ປະ​ເທດ​ແຫ່ງ​ທີ​ສອງ​ທີ່​ປະ​ຈຳ​ຢູ່​ສະ​ໜາມ​ບິນ​ຟູ​ໂຈ່ວ​ຖັດ​ຈາກ​​ບໍ​ລິ​ສັດ​ການ​ບິນ Silk ຂອງ​ສິງ​ກະ​ໂປ. ປັດ​ຈຸ​ບັນ, ຢູ່​ສະ​ໜາມ​ບິນ​ສາ​ກົນ​ຟູ​ໂຈ່ວ​ລວມ​ມີ​ເສັ້ນ​ທາງ​ການ​ບິນ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ 103 ສາຍ, ສາ​ມາດໄປ​ເຖິງ 75 ຕົວ​ເມືອງ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​ໄດ້​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ