ໂຄງ​ການປະ​ສົມ​ປະ​ສານລະ​ຫວ່າງ​ກະ​ສິ​ກຳ​ກັບ​ພະ​ລັງ​ງານ​ແສງ​ຕາ​ເວັນ​ສ້າງ​ລາຍ​ໄດ້​ໃຫ້​ແກ່​ກະ​ສິ​ກອນ
2017-06-28 16:18:37  cri 


ເຂດ​ນິ​ຄົມ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກະ​ສິ​ກຳ​ພະ​ລັງ​ງານ​ແສງ​ຕາ​ເວັນ​ຕຸ່ງ​ເຊິ້ງ​ຫູ​ໂຈ່ວ​​ຢູ່ບ້ານ​ຖານ​ເຈ່ຍ​​ກຸ່ມ​ບ້ານ​ຫົງ​ຊິງ​ສຽວ​ເມືອງ​ສາງ​ຊິງ ແຂວງ​ເຈີ້​ຈ່ຽງ ສ​ປ ຈີນ​ມີ​ເຮືອນຮົ່ມ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກະ​ສິ​ກຳ​ພະ​ລັງ​ງານ​ແສງ​ຕາ​ເວັນ 325 ຫຼັງ​ໂດຍ​ເມື່ອເດືອນ​ຕຸ​ລາ​ປີ 2016 ຜ່ານ​ມາ, ເຮືອນຮົ່ມ​ເຫຼົ່າ​ນີ້​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໂດຍຫຼັງ​ຄາ​ເຮືອນ​ຕິດ​ຕັ້ງ​ແຜ່ນພະ​ລັງ​ງານ​ແສງ​ຕາ​ເວັນ​ແລະ​ດິນ​ກໍ​ສາ​ມາດປູກ​ຜັກ​ໄດ້,​ຖື​ວ່າ "​ດິນ​ຜືນ​ໜຶ່ງ​ໄດ້​ປະ​ໂຫຍດ​ສອງ​ຢ່າງ". ປັດ​ຈຸ​ບັນ,ເຮືອນ​​ຮົ່ມ​ເຫຼົ່າ​ນີ້​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​​ໄດ້ຫຼາຍກວ່າ 28 ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່​ປີ ໂດຍ​ສາ​ມາດ​ຊ່ວຍ​ໃຫ້​ເມືອງ​ດັ່ງ​ກ່າວ​ປະ​ຢັດ​ຖ່ານ​ຫີນ​ມາດ​ຕະ​ຖານໄດ້ 10.100 ໂຕນ​ຕໍ່​ປີ ທັງຫຼຸດ​ການ​ປ່ອຍ​ກາກບອນ​ດີ​ອົກ​ຊິດ​ເກືອບ 28000 ໂຕນ ແລະໄຟ​ຟ້າ​ທີ່​ຜະ​ລິດ​ນັ້ນ​ໄດ້​ເຊື່ອມ​ຕໍ່​ກັບ​ຕາ​ໜ່າງ​ໄຟ​ຟ້າ​ຂອງ​ເມືອງ​ດັ່ງ​ກ່າວ, ຂະ​ນະ​ທີ່​ພືດ​ເສດ​ຖະ​ກິດ​ທີ່​ປູກ​ໃນ​ເຮືອນ​​ຮົ່ມ​ກໍ​​ສ້າງ​ລາຍ​ໄດ້ໃຫ້​ແກ່​ຊາວ​ບ້ານ​ດັ່ງ​ກ່າວຫຼາຍ​ສົ​ມ​ຄວນ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ