ເລີ່ມ​ນຳ​ໃຊ້ກຳ​ປັ່ນ​ຂັບ​ໄລ່​​ຂະ​ໜາດ​ໝື່ນ​ໂຕນ​ແບບ​ໃໝ່​ຂອງ​ຈີນ
2017-06-28 15:43:15  cri 
ພິ​ທີ​ປ່ອຍ​ກຳ​ປັ່ນ​ຂັບ​ໄລ່​ຂະ​ໜາດໝື່ນ​ໂຕນ​ແບບ​ໃໝ່​ຂອງ​ກອງ​ທັບ​ເຮືອ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ກຸ່ມ​ບໍ​ລິ​ສັດ​ກໍ່​ສ້າງ​ເຮືອ​ຈ່ຽງ​ໜານ​ຊຽງ​ໄຮ​ຈີນ​ໃນ​ຕອນ​ເຊົ້າ​ວັນ​ທີ 28 ມິ​ຖຸ​ນາ​ນີ້ ໂດຍກຳ​ປັ່ນ​ລຳ​ນີ້​ແມ່ນ​ຈີນ​ເປັນ​ຜູ້​ຄົ້ນ​ຄວ້າ​ຜະ​ລິດ​ດ້ວຍ​ຕົນ​ເອງ ແລະ​​ສາ​ມາດ​ບຸກ​ທະ​ລຸ​​ດ້ານ​ເຕັກ​ນິກ​ສຳ​ຄັນຫຼາຍ​ດ້ານ ເຊັ່ນ: ການ​ອອກ​ແບບ​ກຳ​ປັ່ນ​ໃຫຍ່, ການ​ໂຮມ​ສູນ​ຂໍ້​ມູນ​ຂ່າວ​ສານ ແລະ​ການ​ປະ​ກອບ​​ກຳ​ປັ່ນ. ກຳ​ປັ່ນ​ລຳ​ນີ້​ໄດ້​ຕິດ​ຕັ້ງ​ອາ​ວຸດ​​ແລະ​ມີ​ຄວາມ​ສາ​ມາດ​ໃນ​ການປ້ອງ​ກັນ​​ທາງອາ​ກາດ, ຕ້ານ​ຂີ​ປະ​ນາ​ວຸດ, ຕ້ານ​ກຳ​ປັ່ນ ແລະຕ້ານ​ກຳ​ປັ່ນ​ດຳ​ນ້ຳ ​ລວມ​ທັງສາ​ມາດ​ເກັບ​ກຳ​ຂໍ້​ມູນ ແລະ​ເປັນເປັນ​ກຳ​ປັ່ນ​ສັນ​ຍະ​ລັກ​ສຳ​ລັບ​ການ​ປ່ຽນ​ແປງ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງກອງ​ທັບ​ເຮືອ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ