ເມືອງ​ຈຸ່ງ​ກິ່​ງ​ພົບ​ກຸ່ມ​ຊາ​ກ​ຫີນ​ໄດ​ໂນ​ເສົາ​ລະ​ດັບ​ໂລກ
2017-06-29 15:44:18  cri 

ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ອົງ​ການ​ປົກ​ຄອງ​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ ສ​ປ ຈີນ​ແຈ້ງ​ຂ່າວ​ໃນ​ວັນ​ທີ 28 ມິ​ຖຸ​ນາ​ນີ້​ວ່າ: ​ໄດ້​ພົບ​ກຸ່ມ​ຊາກ​ຫີນ​ໄດ​ໂນ​ເສົາ​ລະ​ດັບ​ໂລກ ຢູ່​ບ້ານ​ຜູ​ອ່ານ ເມືອງ​ຢຸນ​ຢາງ ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງເຊິ່ງ​ຜົນ​ການ​ສຳຫຼວດ​ສະ​ແດງ​ໃຫ້​ເຫັນ​ວ່າ ເຂດ​ສຳ​ຄັນ​ທີ່​ມີ​ຊາກ​ຫີນ​ໄດ​ໂນ​ເສົາ​ເຜີຍ​ອອກ​ມາ​ນອກມີ​ຄວາມ​ຍາວ​ເຖິງ 550 ແມັດ​ແລະຫຼັງ​ຂຸດ​ຄົ້ນແລະອະ​ນຸ​ລັກ​​ແລ້ວ, ປັດ​ຈຸ​ບັນ ກຸ່ມ​ຊາກ​ຫີນ​ດັ່ງ​ກ່າວໄດ້​ກາຍ​ເປັນ "ໜ້າ​ຜາ​ຊາ​ກ​ຫີນ​ໄດ​ໂນ​ເສົາ"​ທີ່​ຍາວ 150 ແມັດ, ໜາ 2 ແມັດ,ສູງ 8 ແມັດ ແລະ​ກວມ​ເນື້ອ​ທີ່ 1155 ຕາ​ແມັດ, ໃນ​ນີ້​ມີ​ເຂດ​​ກຸ່ມ​ຊາກ​ຫີນ​ໄດ​ໂນ​ເສົາ 17 ເຂດ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ