ຢຸນນານ​​ສ້າງ​ຫ້ອງການ​ທະນາຍຄວາມລານ​ເມີຍ​​ປະຈຳ​ມຽນມາ
2017-06-29 16:19:13  cri 

​ແຫຼ່ງຂ່າວ​ຈາກ​ຫ້ອງການ​ທະນາຍຄວາມ​ລິງ​ຢຸນ​ແຂວງ​ຢຸນນານ​ໃຫ້​ຮູ້​ໃນ​ວັນ​ທີ 29 ມິຖຸນາ​ນີ້​ວ່າ: ຫ້ອງການ​ທະນາຍຄວາມ​ລານ​ເມີຍ​ຈີນ​ທີ່​ຮ່ວມ​ສ້າງ​ໂດຍ​ຫ້ອງການ​ທະນາຍຄວາມ​ດັ່ງກ່າວ ​ແລະ ອີກ 4 ​ແຫ່ງ​ນັ້ນ ​ໄດ້​ເລີ່​ມ​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນ​ຢາງ​ກຸ້ງ​ປະ​ເທດ​ມຽນມາ​ແລ້ວ​ ​​ເຊິ່ງ​ເປັນ​ຫ້ອງການ​ທະນາຍຄວາມ​ສາກົນ​ທີ່ຈີນ​ລົງທຶນ​ຜູ້​ດຽວ.

​ໂອກາດ​ນີ້, ສະພາ​ທະນາຍຄວາມ​ທົ່ວ​ປະ​ເທດ​ຈີນ​ກໍ​ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ຊົມ​ເຊີຍ ​ໂດຍ​ອວຍພອນ​ໃຫ້​ຫ້ອງການ​ທະນາຍຄວາມ​ລານ​ເມີຍ​ຈີນ​ພັດທະນາ​ຂຶ້ນ​ເລື້ອຍໆ ​ແລະ​ປະກອບສ່ວນ​ອັນ​ໃໝ່​ເພື່ອ​ໃຫ້​ບໍລິການ​ດ້ານ​ກົດໝາຍ​ທີ່​ມີ​ຄຸນ​ນະພາບ​ແລະ​ມີ​ປະສິດທິພາ​ບສູງ​​ໃຫ້ແກ່​ຈີນ-ມຽນມາ, ​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ກໍ​ຄື​ອາຊີ​​ໃຕ້.

ທ່ານ​ລີ​ຈິ້ນ​ຮວາ ກຳມະການ​ປະຕິບັດ​ງານ​ຫ້ອງການ​ທະນາຍຄວາມ​ລານ​ເມີຍ​ຈີນ, ຫົວໜ້າຫ້ອງການ​ທະນາຍຄວາມ​ຈ້ຽນ​ເວີຍ​ປະຈຳ​ຄຸນ​ມິ​ງ ກ່າວ​ວ່າ: ຫ້ອງການ​ທະນາຍຄວາມ​ຕົນ​ຈະຕັ້ງໜ້າ​ຊຸ​ກຍູ້​ຂະ​ແໜງ​ການ​ບໍລິການ​ດ້ານ​ກົດໝາຍ​ທີ່​ກ່ຽວ​ພັນ​ເຖິງ​ຕ່າງປະ​ເທດ​ກັບ​ຂະ​ແໜງ​ການ​ບໍລິການ​ອື່ນໆ ​ເປັນຕົ້ນ ການ​ບັນຊີ, ການ​ທະນາຄານ, ການປະກັນ​ໄພ ​ແລະ ຫຼັກຊັບ ດຳ​ເນີນ​ການ​ຮ່ວມ​ມື​ວິຊາ​ການ​​ໃນຫຼາຍຮູບ​ແບບ, ຊຸກຍູ້​ແລະ​​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ດ້ານ​ກົດໝາຍ​ທຸລະ​ກິດການ​ຄ້າລະຫວ່າງ​ຈີນ​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ກໍ​ຄື ອາຊີ​ໃຕ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ