ນະ​ຄອນ​ຖ່ຽນ​ສິນ​ຈະ​ສ້າງ​ເປັນ​ຕົວ​ເມືອງ​ບໍ່​ໃຊ້​ເງິນ​ສົດ​ແຫ່ງ​ທຳ​ອິດ​ຢູ່​ພາກ​ເໜືອ​ຈີນ
2017-06-29 10:46:39  cri 
ວັນ​ທີ 28 ມິ​ຖຸ​ນາ​ນີ້, ຫ້ອງ​ການ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ແລະ​ຫັນ​ເປັນ​​ຂໍ້​ມູນ​ຂ່າວ​ສານ​ນະ​ຄອນ​ຖ່ຽນ​ສິນ​ແລະ​ກຸ່ມ​ບໍ​ລິ​ສັດ​ບໍ​ລິ​ການ​ການ​ທະ​ນາ​ຄານ​ມາ​ຢີ​ໄດ້​ຮ່ວມ​ກັນ​ຖະ​ແຫຼງ​ຂ່າວຫຼັງລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ການ​ຮ່ວມ​ມື​ວ່າ ຈະ​ຊຸກ​ຍູ້​ການ​ສ້າງ "ຕົວ​ເມືອງ​ບໍ່​ໃຊ້​ເງິນ​ສົດ" ຢູ່​ນະ​ຄອນ​ຖ່ຽນ​ສິນ ລວມ​ທັງຊຸກ​ຍູ້ການ​ຍົກ​ລະ​ດັບ "​ອິນ​ເຕີ​ເນັດ​ບວກວຽກ​ງານ​ບໍ​ລິ​ຫານ" ແລະ "ອິນ​ເຕີ​ເນັດ​ບວກການ​ບໍ​ລິ​ການ​​ສັງ​ຄົມ" ແລະ​ຮ່ວມ​ກັນ​ສ້າງ "​ເຂດ​ການ​ຊື້​ຂາຍ​ບໍ່​ໃຊ້​ເງິນ​ສົດ" ເພື່ອ​ສ້າງ​ເປັນ​ຕົວ​ເມືອງ​ບໍ່​ໃຊ້​ເງິນ​ສົດ​ແຫ່ງ​ທຳ​ອິດ​ຢູ່​ພາກ​ເໜືອ​ຈີນ. ຈາກ​ນີ້​ຈະເຮັດ​ໃຫ້​ລະ​ບົບ​ການ​ທະ​ນາ​ຄານ​ສ້າງ​ຜົນ​ປະ​ໂຫຍດ​​ໄດ້​ຢ່າງທົ່ວ​ເຖິງ ທັງເຮັດ​ໃຫ້​ທຸ​ລະ​ກິດ​ການ​ຄ້າ​ມີ​ຄວາມ​ສະ​​ດວກ​ສະ​ບາຍ ແລະ​ເຮັດ​ໃຫ້​ການ​ບໍ​ລິ​ການ​ສັງ​ຄົມ​ມີ​ປະ​ສິດ​ທິ​ພາບກວ່າ​ເກົ່າ.

ຄາດ​ວ່າ​ໃນ​ປີ​ນີ້, ນະ​ຄອນ​ຖ່ຽນ​ສິນ​ຈະ​ບັນ​ລຸ​ການ​ບໍ່​ໃຊ້​ເງິນ​ສົດ​ໃນ​ຂົງ​ເຂດ​ຄົມ​ມະ​ນ​າ​ຄົມ, ​ສາ​ທາ​ລະ​ນະ​ສຸກ, ສຶກ​ສາ​ທິ​ກາ​ນ ແລະ​ການ​ປະ​ກັນ​ສັງ​ຄົມ. ຂະ​ນະ​ດຽວ​ກັນ, ​ໄດ້ມີ 12 ອົງ​ການ​ຈັດ​ຕັ້ງ​ແລະ​ວິ​ສາ​ຫະ​ກິດ​ນະ​ຄອນ​ດັ່ງ​ກ່າວ​ປະ​ກາດ​ເຂົ້າ​ຮ່ວມ "ສະ​ຫະ​ພັນ​ບໍ່​ໃຊ້​ເງິນ​ສົດ" ແລະ​ສົ່ງ​ເສີມ​ການ​ຊຳ​ລະ​ແບບ​ບໍ່​ໃຊ້​ເງິນ​ສົດ ເພື່ອ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ