6 ເດືອນ​ຕົ້ນ​ປີ​ນີ້ ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຈີນ​ມີ​ຄຸນ​ນະ​ພາບ​ໄດ້​ມາດ​ຕະ​ຖານ​ເຖິງ 97,6%
2017-06-30 10:52:08  cri 

ທ່ານ​ຫານ​ສາງ​ຟູ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ​ຈີນ​ຢືນ​ຢັນ​ໃນ​ວັນ​ທີ 29 ມິ​ຖຸ​ນາ​ນີ້​ວ່າ: ຜົນ​ການ​ຕິດ​ຕາມກວດ​ກາ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ໃນ 6 ເດືອນ​ຕົ້ນ​ປີ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ ຜະ​ລິດ​ຕະ​ພັນ​ກະ​ສິກຳ​ທີ່​ໄດ້​ມາດ​ຕະ​ຖານ​ບັນ​ລຸ​ເຖິງ 97,6%  ເຊິ່ງ​ໄດ້​ຮັກ​ສາ​ທ່ວງ​ທ່າ​ທີ່​ໝັ້ນ​ທ່ຽງ​ແລະ​ຂະ​ຫຍາຍ​ໄປ​ສູ່​ທາງ​ທີ່​ດີ.

ໂອ​ກາດ​ປະ​ກອບ​ຄຳ​ຄິດ​ເຫັນໃນ​ກິດ​ຈະ​ກຳ​ສັບ​ປະ​ດາ​ໂຄ​ສະ​ນາ​ເຜີຍ​ແຜ່​ຄວາມ​ຮູ້​ດ້ານ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ທົ່ວ​ປະ​ເທດ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 29 ມິ​ຖຸ​ນາ​ນີ້​,ທ່ານ​ຫານ​ສາງ​ຟູ້​ກ່າວວ່າ: ຊຸມ​ປີ​ມໍ່ໆ​ມາ​ນີ້, ຂະ​ແໜງ​ການ​ກະ​ສິ​ກຳ​ທຸກ​ຂັ້ນໄດ້​ສຸມ​ໃສ່​ວຽກ​ງານ​ສ້າງ​ເມືອງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ປອດ​ໄພ​ແລະ​ຄຸນ​ນະ​ພາບ​ດີ​ລະ​ດັບ​ຊາດ​ໂດຍ​ກຳ​ແໜ້ນ​ວຽກ​ງານ​ທັງ​ສອງ​ດ້ານ​ຄື​ການ​ປະ​ຕິ​ບັດ​ກົດ​ໝາຍ​ຕິດ​ຕາມ​ຄຸ້ມ​ຄອງ​ ແລະ​ປະ​ຕິ​ບັດ​ມາດ​ຕະ​ການ​ການ​ຜະ​ລິດ​ແບບ​ມາດ​ຕະ​ຖານ ເພື່ອ​ເຮັດ​ໃຫ້​ຜະ​ລິ​ດ​ຕະ​ພັນ​ກະ​ສິ​ກຳ​ມີ​ຄຸນ​ນະ​ພາບ​ແລະ​ປອດ​ໄພ​ຂຶ້ນ​ເລື້ອຍໆ. ຫຼັງ​ຈາກ​ລັດ​ຖະ​ບານ​ໄດ້​ສ້າງ​ບັນ​ຊີ​ລາຍ​ຊື່​ເມືອງ​ຜະ​ລິ​ດ​ຕະ​ພັນ​ກະ​ສິ​ກຳ​ທີ່​ປອດ​ໄພ​ແລະ​ຄຸນ​ນະ​ພາບ​ດີ​ລະ​ດັບ​ຊາດຊຸດ​ທຳ​ອິດ 107 ເມືອງ​ແລ້ວ, ປະ​ຊາ​ຊົນ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ສູງ​ຂຶ້ນ 12%, ສ່ວນ​ອັດ​ຕາ​ໄດ້​ມາດ​ຕະ​ຖານ​ຂອງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ກໍ​ໄດ້​ສູງ​ຂຶ້ນ 4%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ