ຈີນ​ແລະ​ສິງ​ກະ​ໂປ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ກັນ​ໃນຫຼາຍ​ຂົງ​ເຂດ
2017-06-30 15:47:36  cri 
ວັນ​ທີ 29 ມິ​ຖຸ​ນາ​ນີ້ ຢູ່​ຫໍ​ຮັບ​ແຂກ​ຈືກວ່າງ​ເກີ​ທຳ​ນຽບ​ຈົ່ງ​ນານ​ໄຫ​ນະ​ຄອນຫຼວງ​ປັກ​ກິ່ງ ສ​ປ ຈີນ, ທ່ານ​ຈ່າງ​ກ່າວ​ລີ້ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຕາ​ມານ ຊານ​ມູ​ກາ​ເຣັດ​ນາມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ໂອ​ກາດ​ເດີນ​ທາງ​ມາ​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ດາ​ວົ​ສ​ລະ​ດູ​ຮ້ອນ.

ທ່ານ​ຈ່າງ​ກ່າວ​ລີ້​ຢືນ​ຢັນ​ວ່າ ຈີນ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ກັບ​ສິງ​ກະ​ໂປ ແລະ​ຍິນ​ດີ​ຮ່ວມ​ກັບ​ສິງ​ກະ​ໂປ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ, ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ຍົກ​ລະ​ດັບ​ການ​ຮ່ວມ​ມື​ຕົວ​ຈິງ​ໃຫ້​ສູງ​ຂຶ້ນ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ທະ​ນາ​ຄານ, ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງຫຼາຍ​ຝ່າຍ, ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແລ​ະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອ​ງ​ປະ​ເທດ​ຕື່ມ​ອີກ. ເສດ​ຖະ​ກິດ​ໂລກ​ໃນ​ປັດ​ຈຸ​ບັນ​ມີ​ປັດ​ໄຈ​ບໍ່​​ໝັ້ນ​ທ່ຽງ​ແລະ​ບໍ່ແນ່ນອນ​ເພີ່ມ​ຫຼາຍ​ຂຶ້ນ ທັງ​ຜະ​ເຊີນ​ກັບ​ຄວາມ​ສ່ຽງ​ແລະ​ສິ່ງ​ທ້າ​ທາຍ, ​ດັ່ງ​ນັ້ນ,ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ປະ​ກອບ​ສ່ວນເຮັດ​ໃຫ້​ການ​ຄ້າ​ມີ​ຄວາມ​ເສ​ລີ​ແລະ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ.

ທ່ານ ຕາ​ມານ ຊານ​ມູ​ກາ​ເຣັດ​ນາມ​ກ່າວ​ວ່າ: ສິງ​ກະ​ໂປ​ຊົມ​ເຊີຍ​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ 20 ປີ​ຢ່າງ​ສຸດ​ໃຈ ແລະ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຈີນຢູ່​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​,ຊຸກ​ຍູ້​ການສ້າງ​ເວ​ທີ​ການ​ຮ່ວມ​ມື 3 ດ້ານ​ຄືການເຊື່ອມ​ຈອດ​ກັນ, ການ​ຄ້ຳ​ຊູ​ການ​ທະ​ນາ​ຄານ ແລະ​ການ​ຮ່ວມ​ມື​ລະ​ຫວ່າງ 3 ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ