ຂະ​ບວນ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິ​ນຫຼຽວ​ໜິງ​ຈະ​​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ຢູ່​ຮົງ​ກົງ
2017-06-30 14:54:40  cri 
ວັນ​ທີ 29 ມິ​ຖຸ​ນາ​ນີ້, ຢູ່ນ​ະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ອູ​ຊຽນ ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​​ປະ​ເທດ​ຈີນ​ຢືນ​ຢັນ​ວ່າ, ຂະ​ບວນ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິ​ນຫຼຽວ​ໜິງຈະ​ໄປ​ຮົງ​ກົງ​ ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ລະ​ນຶກກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ເຂົ້າ​ປະ​ຈຳ​​ຢູ່ຮົງ​ກົງ​ຄົບ​ຮອບ 20 ປີ.

ທ່ານ​ອູ​ຊຽນ​ກ່າວ​ວ່າ, ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ 20 ປີ​ກໍ​ພໍ​ດີ​​ກັບກອງ​ທັບ​ປົດ​ປ່ອຍ​ປະ​ຊ​າ​ຊົນ​ຈີນ​ເຂົ້າ​ປະ​ຈຳ​​ຢູ່ຮົງ​ກົງ​ຄົບ​ຮອບ 20 ປີ, ເປັນ​ມື້​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ທີ່​ສຸດ​ແລະ​ຕ້ອງ​ມີ​ການ​ສະ​ເຫຼີມ​ສະຫຼອງ​ຢ່າງ​ຍິ່ງ​ໃຫຍ່​ແລະ​ສົມ​ກຽດ, ສຳ​ລັບ​ຂໍ້​ມູນ​​ລະ​ອຽດຈະ​ເປີດ​ເຜີຍ​ໃຫ້​ຮູ້​ຕາມ​ຄວາມ​ເໝາ​ະ​ສົມ.

ທ່ານ​ອູ​ຊຽນ​ກ່າວ​ຕື່ມ​ວ່າ, ​ກອງ​ທັບ​ຈີນ​ຈະ​ສົ່ງ​ຄະ​ນະ​ໄປ​ເຂົ້າ​ຮ່ວມ​​ບັນ​ເລງ​ດົນ​ຕີ​ທະ​ຫານ​ສາ​ກົນ​ໃນ​ພິ​ທີ​ດັ່ງ​ກ່າວອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ