ສະ​ຫະ​ພາບ​ອາ​ຟ​ຣີ​ກາ​ຮຽກ​ຮ້ອງ​ໃຫ້​ເລັ່ງ​ລັດ​ການ​ປະ​ຕິ​ຮູບ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຢ່າງ​ຕັ້ງ​ໜ້​າ
2017-07-01 14:58:50  cri 
ວັນ​ທີ30ມິ​ຖຸ​ນາ​ຜ່ານ​ມາ, ກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ອາ​ຟ​ຣີ​ກາ​ຄັ້ງ​ທີ29ໄດ້​ຈັດ​ຂຶ້ນ​ຢູ່​​ສຳ​ນັກ​ງານ​ໃຫຍ່​ສະ​ຫະ​ພາບ​ອາ​ຟ​ຣີ​ກາ​ທີ່ນະ​ຄອນຫຼວງ​ອາ​ດິ​ສ​ອາ​ເບ​ບາ​ຂອງ​ເອ​ທີ​ໂອ​ບີ. ທ່ານ​ມູ​ຊາ ຟາ​ກີ, ປະ​ທານ​ຄະ​ນະ​ກຳ​ມະ​ການສະ​ຫະ​ພາບ​ອາ​ຟ​ຣີ​ກາ​​ກ່າວ​ໃນ​ພິ​ທີ​ເປີດ​ວ່າ, ການ​ປະ​ຕິ​ຮູບຂອງສະ​ຫະ​ພາບ​ອາ​ຟ​ຣີ​ກາ​​ເປັນ​ຫົວ​ຂໍ້​ໃຈ​ກາງ​ທີ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ປຶກ​ສາ​ຫາ​ລື​ກັນ​ໃນ​ກອງ​ປະ​ຊຸມ​ສຸດຍອດ 2 ຄັ້ງ​ຜ່ານ​ມາ. ໃນ​ກອງ​ປະ​ຊຸມ​ສຸດຍອດຄັ້ງ​ນີ້, ທ່ານ​ຈະ​ສືບ​ຕໍ່​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດຈົ່ງມີ​ການ​ກະ​ທຳ​ຕົວ​ຈິງ, ເພື່ອ​ເລັ່ງ​ລັດ​ການ​ປະ​ຕິ​ຮູບ.

ນອກ​ນີ້, ບັນ​ຫາ​ຊາວ​ໜຸ່ມ​ກໍ່​ໄດ້​ກາຍ​ເປັນ​ຈຸດ​ສຸມ​ໃນ​ກອງ​ປ​ະ​ຊຸມ​ຄັ້ງ​ນີ້. ທ່ານ​ຟາ​ກີ​ກ່າວ​ວ່າ, ​ຊັບ​ພະ​ຍາ​ກອນ​ອັນ​ລ້ຳ​ຄ່າ​ທີ່​ສຸດ​ຂອງແຜ່ນ​ດິນ​ໃຫຍ່​ອາ​ຟ​ຣີ​ກາ​ກໍ​ແມ່ນ​ຊາວ​ໜຸ່ມ, ການ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ແລະ​ຄວາມ​ປາ​ຖະ​ໜາ​ຂອງ​ຊາວ​ໜຸ່ມ​ຈະ​ຕັດ​ສິນ​ອະ​ນາ​ຄົດ​ຂອງ​ອາ​ຟ​ຣີ​ກາ.​ ສະ​ຫະ​ພາບ​ອາ​ຟ​ຣີ​ກາ​ໄດ້ຮັບຮູ້ວ່າຊາວໜຸ່ມມີບົດບາດອັນສຳຄັນໃນອະນາຄົດ,​ສະນັ້ນຫົວຂໍ້ຂອງກອງປະຊຸມສຸດຍອດຄັ້ງນີ້ຈຶ່ງໄດ້ກຳນົດເປັນ "ລົງທຶນໃສ່ຊາວໜຸ່ມເພື່ອນຳໃຊ້ຜົນກຳໄລຈາກປະຊາກອນ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ