ວັນທີ 30 ມິຖຸນາຜ່ານມາ, ທ່ານ ໂດນັນ ທຣຳ ປະທານາທິບໍດີອາເມລິກາໄດ້ພົບປະກັບທ່ານ ມູນເຈອິນ ປະທານາທິບໍດີ ສ.ເກົາຫຼີທີ່ໄປຢ້ຽມຢາມ ໂດຍສອງຝ່າຍໄດ້ຫາລືກ່ຽວກັບບັນຫາຄວາມໝັ້ນຄົງ,ການຄ້າແລະບັນຫາອື່ນໆ. ທ່ານ ໂດນັນ ທຣຳ ກ່າວເນັ້ນວ່າ: ອາເມລິກາແລະ ສ.ເກົາຫຼີ ຄວນແບ່ງປັນຄ່າໃຊ້ຈ່າຍດ້ານວຽກງານປ້ອງກັນຄວາມໝັ້ນຄົງ, ຂະນະທີ່ການພົວພັນການຄ້າລະຫວ່າງສອງຝ່າຍຄວນມີຄວາມຍຸດຕິທຳແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.
ທ່ານ ໂດນັນ ທຣຳ ກ່າວໃນການຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດັ່ງກ່າວວ່າ: ປັດຈຸບັນ, ອາເມລິກາແລະ ສ.ເກົາຫຼີ ພວມດຳເນີນການຮ່ວມມືກັນກ່ຽວກັບການຈະຮັບປະກັນສອງປະເທດແບ່ງປັນຄ່າໃຊ້ຈ່າຍຂອງກອງທະຫານອາເມລິກາປະຈຳ ສ.ເກົາຫຼີ ແນວໃດ. ທ່ານກ່າວເນັ້ນວ່າ: ລັດຖະບານອາເມລິກາຖືບັນຫາດັ່ງກ່າວເປັນບັນຫາທີ່ສຳຄັນຫຼາຍ.
ໃນດ້ານບັນຫາແຫຼມເກົາຫຼີ, ທ່ານ ໂດນັນ ທຣຳ ກ່າວວ່າ: ອາເມລິກາພວມຮັດແໜ້ນການຮ່ວມມືກັບ ສ.ເກົາຫຼີແລະປະເທດອື່ນໆໃນບັນຫາແຫຼມເກົາຫຼີ ໂດຍຜ່ານຊ່ອງທາງການຕ່າງປະເທດ,ຄວາມໝັ້ນຄົງແລະຊ່ອງທາງເສດຖະກິດ. ທ່ານກ່າວວ່າຄວາມອົດທົນທາງຍຸດທະສາດຂອງອາເມລິກາຕໍ່ ສປປ ເກົາຫຼີ ໄດ້ຫາຍໄປແລ້ວ,ແຕ່ທ່ານເນັ້ນວ່າເປົ້າໝາຍຂອງອາເມລິກາແມ່ນບັນລຸສັນຕິພາບແລະສະຖຽນລະພາບຂອງແຫຼມເກົາຫຼີ.
ທ່ານ ມູນເຈອິນ ກ່າວໃນການຖະແຫຼງຂ່າວວ່າ: ລັດຖະບານຂອງສ.ເກົາຫຼີ ແລະ ອາເມລິກາໄດ້ຕົກລົງຈະຖືການຮັບມືກັບບັນຫາແຫຼມເກົາຫຼີເປັນວຽກງານທີ່ເປັນບູລິມະສິດທີ່ສຸດ,ຈະຮັດແໜ້ນແລະປະສານງານນະໂຍບາຍທີ່ກ່ຽວຂ້ອງລະຫວ່າງສອງປະເທດ. ທ່ານກ່າວຕື່ມວ່າ: ສອງປະເທດຈະຂວ້ຳບາດແລະດຳເນີນການສົນທະນາຕໍ່ ສປປເກົາຫຼີ ດ້ວຍຮູບແບບຮອບດ້ານແລະແບ່ງເປັນຫຼາຍໄລຍະ.