ບໍ​ລິ​ສັດ Moody'sປະ​ເມີນ​ລະ​ດັບ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ AIIB ໃນ​ລະ​ດັບ​ສູງ​ສຸດ
2017-07-02 16:59:33  cri 
ບໍລິສັດ Moody's Investors Service ທີ່​ເປັນ​ໜຶ່ງ​ໃນ​ສະ​ຖາ​ບັນ​ຈັດ​ອັນ​ດັບ​ຄວາມ​ເຊື່ອ​ໝັ້ນ​ການ​ລົງທຶນ​ສາກົນ​ໄດ້​ອອກ​ບົດ​ລາຍ​ງານ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ໂດຍ​ປະ​ເມີນ​ອັນ​ດັບ​ຄວາມ​​ເຊື່​ອໝັ້ນ​ຂອງທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​ຫຼື AIIB ຢູ່​ໃນ​ລະ​ດັບ Aaa, ເຊິ່ງ​ເປັນ​ລະ​ດັບ​ຄວາມ​ເຊື່ອ​ໝັ້ນ​ສູງ​ສຸດ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ.

ບໍ​ລິ​ສັດ Moody's ​ຢືນ​ຢັນ​ວ່າ, ​ໄດ້​ໃຫ້​ຜົນ​ການ​ປະ​ເມີນ​ດັ່ງ​ກ່າວ​ຫຼັງ​ປະ​ເມີນ​ສະ​ພາບ​ສິນ​ເຊື່ອ​ໃນ​ປັດ​ຈຸ​ບັນ​ແລະ​ອະ​ນາ​ຄົດ​ຂອງ AIIB. ​ທັງ​ພິ​ຈາ​ລະ​ນາ​ເຖິງ​ໂຄງ​ປະ​ກອບ​ຄຸ້ມ​ຄອງ​ທີ່​ໝັ້ນ​ທ່ຽງ, ລວມ​ທັງ​ປັດ​ໄຈ​ຕ່າງໆ​ເຊັ່ນ: ນະ​ໂຍ​ບາຍ​ຄຸ້ມ​ຄອງ​ຄວາມ​ສ່ຽງ, ລະ​ດັບ​​ຄວາມ​ພຽງ​ພໍ​ຂອງ​ທຶນ​ແລະ​ສະ​ພາບ​ເງິນ​ຄ່ອງ​ຂອງ AIIB.

​ບົດ​ລາຍ​ງານ​ລະ​ບຸ​ອີກວ່າ, ການ​ຈ້ອງມອງ​ອັນ​ດັບ​ຄວາມ​ເຊື່ອ​4nຂອງບໍລິສັດ Moody's ຕໍ່ AIIB ແມ່ນ "ໝັ້ນ​ທ່ຽງ" ຫຼັງເຫັນ​ວ່າ, AIIB ມີທຶນ​ພຽງ​ພໍ​ແລະ​ການ​ສະໜັບ​ສະ​ໜູນ​ອັນ​ແຂງ​ແຮງ​ຈາກຜູ້​ຖື​ຫຸ້ນຈະ​ມີ​ຜົນ​ດີ​ຕໍ່ AIIB ມີ​ຄວາມ​ສາ​ມາດ​ດ້ານ​ການ​ຊຳ​ລະໜີ້​ສິນ​ດີ​ສົມ​ຄວນ​ຂະ​ນະ​ທີ່​ພັດ​ທະ​ນາ​ກິດ​ຈະ​ກຳ​ຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ